ຄຳສັ່ງຊີ້ນຳຂອງຄະນະ ເລຂາກ່ຽວກັບການຊີ້ນຳນຳພາກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ 11
( vovworld ) - ຄະນະເລຂາສູນກາງພັກຫາກໍປະກາດໃຊ້ຄຳສັ່ງຊີ້ນຳກ່ຽວກັບການນຳພາກອງປະຊຸມໃຫຍ່ກຳມະບານທຸກຂັ້ນ ແລະ ກອງປະຊຸມໃຫຍ່ກຳມະບານຫວຽດນາມຄັ້ງທີ 11 ( ອາຍຸການ 2012 - 2018 ). ຄຳສັ່ງຊີ້ແຈ້ງວ່າ, ປີ 2012 ແລະ 2013 ແມ່ນເວລາດຳເນີນກອງປະຊຸມໃຫຍ່ກຳມະບານທຸກຂັ້ນ ແລະ ກອງປະຊຸມໃຫຍ່ກຳມະບານຫວຽດນາມຄັ້ງທີ 11 ( ອາຍຸການ 2012 - 2018 ). ນີ້ແມ່ນເຫດການການເມືອງທີ່ສຳຄັນເປັນຂີດໝາຍບາດກ້າວພັດທະນາໃໝ່ຂອງການເສີມຂະຫຍາຍບົດບາດ, ໜ້າທີ່ຮັບຜິດຊອບຂອງຊົນຊັ້ນກຳມະກອນ ແລະ ອົງການກຳມະບານຫວຽດນາມ ໃນໄລຍະປະຕິວັດໃໝ່. ຄະນະເລຂາໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ, ອົງການພັກສຸມໃສ່ຊີ້ນຳການປະຕິບັດໜ້າທີ່ຈຳນວນໜຶ່ງໃຫ້ເປັນຢ່າງດີຄື: ຊີ້ນຳນຳພາຄະນະບໍລິຫານງານກຳມະບານທຸກຂັ້ນກະກຽມເນື້ອໃນເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ໃຫ້ເປັນຢ່າງດີ, ເພີ່ມທະວີການຊີ້ນຳ, ນຳພາການປ່ຽນໃໝ່ວຽກງານບຸກຄະລາກອນຢູ່ກອງປະຊຸມໃຫຍ່ກຳມະບານທຸກຂັ້ນຕາມທິດເປີດກວ້າງ ແລະ ເສີມຂະຫຍາຍລັກສະນະປະຊາທິປະໄຕ, ຮັບປະກັນໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ມາດຕະຖານໃນການຄັດເລືອກ, ສະເໜີບຸກຄະລາກອນເຂົ້າຄະນະບໍລິຫານງານກຳມະບານແຕ່ລະຂັ້ນ, ພິເສດແມ່ນບັນດາຕໍາແໜ່ງຕົ້ນຕໍ່.