ງານການພົບປະແລກປ່ຽນວັດທະນະທຳ,ການຄ້າຫວຽດນາມ,ຍີ່ປຸ່ນ
(ພາບ: tuoitre)
(vovworld) – ງານການພົບປະແລກປ່ຽນວັດທະນະທຳ, ການຄ້າຫວຽດນາມ, ຍີ່ປຸ່ນ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ສາຂາເກີນເທີ ສົມທົບກັບສະຖານກົງສູນຍີ່ປຸ່ນ ປະຈຳນະຄອນໂຮ່ຈິມິນ ຈັດຕັ້ງ, ຖືກໄຂຂຶ້ນໃນຕອນຄ່ຳວັນທີ 19/11, ຢູ່ນະຄອນເກີນເທີ. ທີ່ພິທີໄຂ, ຜູ້ຕາງໜ້າການນຳບັນດາແຂວງ, ນະຄອນເຂດທົ່ງພຽງແນ່ນ້ຳຂອງ, ການນຳນະຄອນເກີນເທີ ໄດ້ຕີລາຄາສູງຄວາມສາມາດບົນຊ້ອນໃນການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ - ຍີ່ປຸ່ນ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ໃນໄລຍະຈະມາເຖິງ, ພິເສດແມ່ນໃນບັນດາຂົງເຂດການບໍລິການ, ກະສິກຳເຕັກໂນໂລຊີສູງ ແລະ ການບຳລຸງສ້າງ…
ເຂົ້າຮ່ວມງານການພົບປະແລກປ່ຽນວັດທະນະທຳ, ການຄ້າຫວຽດນາມ, ຍີ່ປຸ່ນ ມີ 70 ຮ້ານວາງສະແດງ, ສິນຄ້າທີ່ມີທ່າແຮງຂອງຍີ່ປຸ່ນ ເຊິ່ງພວມມີໜ້າຢູ່ຕະຫຼາດຫວຽດນາມ... ທ່ານ Nakajima Satoshi, ຫົວໜ້າສະຖານກົງສູນຍີ່ປຸ່ນ ປະຈຳນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າຫວັງວ່າ, ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາບໍລິສັດຍີ່ປຸ່ນ ມາເກີນເທີ ເພື່ອຊອກຮູ້ກ່ຽວກັບເຂດທົ່ງພຽງແມ່ນ້ຳຂອງ ແລະ ເກີນເທີ. ເກີນເທີ ແມ່ນໃຈກາງຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ ມີຄວາມສາມາດບົມຊ້ອນ, ສະນັ້ນຂ້າພະເຂົ້າຄິດວ່າ ຈະມີບໍລິສັດຫຼາຍແຫ່ງເອົາໃຈໃສ່, ລົງທຶນເຂົ້າເກີນເທີ”.