(ພາບ:canthotv.vn)
(vovworld)- ຕອນເຊົ້າວັນທີ 15/6, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ແລະ ຫ້ອງການສະຫະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ປະຈຳຫວຽດນາມ (ອາຊຽນ) ໄດ້ຈັດງານຊຸມນຸມມິດຕິງຕອບສະໜອງ “ວັນອາຊຽນປ້ອງກັນ ແລະ ຕ້ານໂລກໄຂ້ເລືອດອອກ” ຂັ້ນພາກພື້ນຄັ້ງທີ 3. ເນື່ອງໃນໂອກາດນີ້, ກະຊວງສາທາລະນະສຸກ ໄດ້ປຸກລະດົມບັ້ນອະນາໄມສິ່ງແວດລ້ອມເພື່ອປ້ອງກັນ ແລະ ຕ້ານໂລກໄຂ້ເລືອດອອກ. ໃນກອງປະຊຸມສຳມະນາກ່ຽວກັບການປ້ອງກັນ ແລະ ຕ້ານໂລກໄຂ້ເລືອດອອກພາກພື້ນອາຊຽນ ຈັດຂຶ້ນຢູ່ຮ່າໂນ້ຍ ເມື່ອວັນທີ 14/6, ບັນດາປະເທດສະມາຊິກໄດ້ຮັບຮອງເອົາຄຳຮຽກຮ້ອງເພີ່ມທະວີການຕິດຕາມກວດກາໂລກລະບາດ, ເພີ່ມທະວີການໂຄສະນາສື່ສານ, ຂົນຂວາຍການເຂົ້າຮ່ວມຂອງປະຊາຊົນແຕ່ລະຄົນ ແລະ ວົງຄະນາຍາດເຂົ້າໃນການເຄື່ອນໄຫວປ້ອງກັນ ແລະ ຕ້ານໂລກໄຂ້ຍຸງ. ທ່ານຫງວຽນແທງລອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ເນັ້ນໜັກວ່າ:
“ຂ້າພະເຈົ້າສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງນະຄອນ ຈົ່ງປຸກລະດົມບັ້ນອະນາໄມສິ່ງແວດລ້ອມ, ຕອບສະໜອງ “ວັນອາຊຽນປ້ອງກັນ ແລະ ຕ້ານໂລກໄຂ້ເລືອດອອກ”ໃນເດືອນ 6/2013 ເຖິງແຕ່ລະເມືອງ, ຕາແສງ ເພື່ອສ້າງເປັນຂະບວນການເລິກເຊິ່ງກ້ວາງຂວາງໃນໝູ່ປະຊາຊົນກ່ຽວກັບວຽກງານນີ້. ຂ້າພະເຈົ້າສະເໜີໃຫ້ຂະແໜງສາທາລະນະສຸກບັນດາແຂວງນະຄອນ ຈົ່ງປະຕິບັດວຽກງານເປັນເສນາທິການໃຫ້ອົງຄະນະພັກ ແລະ ອຳນາດການປົກຄອງຂັ້ນຕ່າງໆເປັນຢ່າງດີ ເພື່ອຄົ້ນພົບ, ປິດລ້ອມເຂດເກີດໂລກໄຂ້ເລືອດອອກແລະ ແກ້ໄຂຢ່າງເຖິງຖອງໃນບໍລິເວນ, ບໍ່ໃຫ້ໂລກລະບາດດັ່ງກ່າວແຜ່ລາມອອກສູ່ວົງກວ້າງ, ຈຳກັດຄວາມເສຍຫາຍດ້ານຊີວິດອິນຊີໃນລະດັບຕ່ຳສຸດ”.