ງານຊຸມນຸມມິນຕິງສະເຫຼີມ ສະຫຼອງ 20 ປີແຫ່ງ ຂະບວນການນັກທຸລະກິດໜຸ່ມຫວຽດນາມ

ງານຊຸມນຸມມິນຕິງສະເຫຼີມ ສະຫຼອງ 20 ປີແຫ່ງ ຂະບວນການນັກທຸລະກິດໜຸ່ມຫວຽດນາມ - ảnh 1

 (ພາບ: vov.vn)

(vovworld)-ຕອນ​ຄ່ຳ​ວັນ​ທີ 1/9, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ສະມາຄົມ​ນັກທຸລະກິດ​ຫວຽດນາມ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 20 ປີ​​ແຫ່ງຂະ​ບວນການ​ນັກທຸລະກິດ​ໜຸ່ມ​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫວູ໋ວັນ​ນິງ ຖື​ວ່າ: ພື້ນຖານ​ເສດຖະກິດ​ຫວຽດນາມ ​ໄດ້ ​ແລະ ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ, ນີ້​ແມ່ນ​ຈຸດ​ເວ​ທີ່​ບັນດາ​ນັກທຸລະກິດ​ໜຸ່ມ​ຕ້ອງ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເສີມ​ຂະຫຍາຍ​ນ້ຳໃຈ​ສາມັກຄີ, ມີ​ຫົວຄິດ​ປະດິດ​ສ້າງ, ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຢ່າງ​ແຮງ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ທາງ​ສັງຄົມ, ພ້ອມ​ກັບ​ທົ່ວ​ປະ​ເທດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ປະຕິບັດສຳ​ເລັດ​ຈຸດ​ໝາຍ​ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ​ໃນ​ປີ 2020. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫວູ໋ວັນ​ນິງ ຊີ້​ແຈ້ງວ່າ:

  “ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ ຕ້ອງ​ສູ້​ຊົນ​ເພື່ອ​ສືບ​ຕໍ່​ກາຍ​ເປັນ​ຄັນ​ທຸງ​ເຕົ້າ​ໂຮມ​ນັກທຸລະກິດ​ໜຸ່ມ​ດ້ວຍ​ຫຼັກ​ແຫຼ່ງຂອງ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ. ສະມາຄົມ​ຕ້ອງ​ພ້ອມ​ກັບ​ນັກທຸລະກິດຜ່ານ​ຜ່າ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ສາມັກຄີ​ກັນ, ມີ​ຫົວຄິດ​ປະດິດ​ສ້າງ, ນຳ​ໜ້າ​ໃນ​ແນວ​ໂຮມ​ເສດຖະກິດ, ພັດທະ​ນາ​ວິ​ສາ​ຫະກິດ, ປະກອບສ່ວນ​ສົມ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາ​ດ“.

 

ຂ່າວ/ບົດ​ອື່ນ