ງານຕະຫຼາດນັດການທ່ອງທ່ຽວສາກົນນະຄອນ ໂຮ່ຈີມິນ ຊອກຫາມາດຕະການພັດທະນາການທ່ອງທ່ຽວແບບຍືນຍົງ
(VOVWORLD) - ຕອນເຊົ້າວັນທີ 7 ກັນຍາ, ງານຕະນັດການທ່ອງທ່ຽວສາກົນ ນະຄອນ ໂຮ່ຈີມິນ ຄັ້ງທີ 17 (ITE HCMC 2023) ໄດ້ໄຂຂຶ້ນຢ່າງເປັນທາງການໃນລະບົບການເຄື່ອນໄຫວສົ່ງເສີມການຄ້າ, ເວທີປາໄສ, ກອງປະຊຸມສຳມະນາ ເພື່ອແນໃສ່ບັນລຸໄດ້ບັນດາມາດຕະການເພີ່ມທະວີການຮ່ວມສຳພັນ, ພັດທະນາການທ່ອງທ່ຽວແບບຍືນຍົງ.
ການນຳພັກ, ລັດ ແລະ ການນຳນະຄອນ ພ້ອມດ້ວຍແຂກຖືກເຊີນຕ່າງປະເທດ ຖ່າຍຮູບຢູ່ງານຕະຫຼາດນັດ (ພາບ: VOV) |
ງານຕະຫຼາດນັດປີນີ້ ມີຫ້າງຮ້ານກວ່າ 400 ຮ້ານ ຂອງບັນດາອົງການສົ່ງເສີມການທ່ອງທ່ຽວແຫ່ງຊາດ ແລະ ທ້ອງຖິ່ນ, ສະມາຄົມການທ່ອງທ່ຽວ, ສະຖາບັນຄົ້ນຄວ້າການທ່ອງທ່ຽວ, ບໍລິສັດ, ສາຂາການທ່ອງທ່ຽວ, ອົງການພັກເຊົ່າ, ບໍລິສັດການບິນ… ນອກຈາກນັ້ນແລ້ວ, ຄະນະຈັດຕັ້ງ ຍັງໄດ້ຄັດເລືອກ ແລະ ເຊີນລູກຄ້າສາກົນ ທີ່ມາຈາກ 42 ປະເທດ ແລະ ເຂດແຄວ້ນ ເຊິ່ງເປັນບັນດາຕະຫຼາດທ່ອງທ່ຽວຈຸດສຸມ ແລະ ມີຄວາມບົ່ມຊ້ອນສຳລັບການທ່ອງທ່ຽວ ຫວຽດນາມ ມາແລກປ່ຽນ, ຮ່ວມມືພັດທະນາການທ່ອງທ່ຽວຢູ່ທັງ 2 ສົ້ນ. ທ່ານນາງ Mijung Hwang, ຫົວໜ້າຄະນະສາກົນທີ 2 ຂອງ ອົງການທ່ອງທ່ຽວ ເຊີອູນ (ສ.ເກົາຫຼີ), ໃຫ້ຮູ້ວ່າ ຫວຽດນາມ ແມ່ນຕະຫຼາດທ່ອງທ່ຽວຈຸດສຸມທີ່ມີກຳລັງບົ່ມຊ້ອນຫຼາຍຂອງ ສ.ເກົາຫຼີ ແລະ ກົງກັນຂ້າມ. ສ່ວນທ່ານນາງ Elena Karmanova, ຫົວໜ້າພະແນກດຳເນີນທຸລະກິດສາກົນຂອງ Vodohod Cruise and Travel, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຫວັງໄດ້ຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ໄປທ່ຽວຢູ່ Saint Petersburg ແລະ ສະຖານທີ່ອື່ນໆຢູ່ ລັດເຊຍ. ພວກຂ້າພະເຈົ້າພວມມານະພະຍາຍາມຟື້ນຟູການທ່ອງທ່ຽວ ແລະ ດຶງດູດແຂກທ່ອງທ່ຽວ ຫວຽດນາມ. ພວກຂ້າພະເຈົ້າ ກໍຫວັງວ່າ ງານຕະຫຼາດນັດນີ້ ຈະເປັນຂົວຕໍ່ ແລະ ພັດທະນາການທ່ອງທ່ຽວລະຫວ່າງ 2 ປະເທດ ຄືນໃໝ່.”