ງານບຸນ“ນະຄອນໂຮ່ຈິມີນ-ການພັດທະນາແລະເຊື່ອມໂຍງເຂົ້າກັບສາກົນ”ປີ 2015
ນະຄອນໂຮ່ຈິມີນ
ພາບ:doisongphapluat
|
(vovworld)- ງານບຸນ “ນະຄອນໂຮ່ຈິມີນ-ການພັດທະນາແລະເຊື່ອມໂຍງເຂົ້າກັບສາກົນ” ປີ 2015 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 10/9 ຢູ່ ນະຄອນໂຮ່ຈິມີນ ໂດຍມີການເຂົ້າຮ່ວມຂອງການນຳບັນດາອົງການການທູດ, ອົງການຈັດຕັ້ງສາກົນ, ວິສາຫະກິດຮ່ວມທຸລະກິດ ແລະ ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ, ນັກຮຽນ, ນັກສຶກສາພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ນະຄອນໂຮ່ຈິມີນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຮືອງອກທ້ວນ, ຮອງປະທານຄະນະກຳມະກນປະຊາຊົນ ນະຄອນໂຮ່ຈິມີນ ໃຫ້ຮູ້ວ່າ: ງານບຸນ ແມ່ນເຫດການເພື່ອໃຫ້ເພື່ອນມິດສາກົນພົບປະແລກປ່ຽນ, ຊອກຮູ້ ແລະ ເຊື່ອມຕົວກັບຊີວິດທາງດ້ານວັດທະນະທຳຂອງນະຄອນ, ສ້າງເງື່ອນໄຂໃຫ້ບັນດາປະເທດ ແນະນຳ ແລະ ໂຄສະນາຈຸດທີ່ເປັນເອກະລັກສະເພາະກ່ຽວກັບວັດທະນະທຳ, ສີສັນຂອງປະເທດຕົນມາໃຫ້ນະຄອນໂຮ່ຈິມີນ ພ້ອມທັງເພີ່ມທະວີການພົວພັນມິດຕະພາບ ຄວາມສາມັກຄີລະຫວ່າງບັນດາປະເທດ. ງານບຸນ ດຳເນີນຮອດວັນທີ 13/9 ດ້ວຍການເຄື່ອນໄຫວຫລາຍຢ່າງດຶງດູດຜູ້ເຂົ້າຊົມຢູ່ພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫລວງຫລາຍຄື: ງານວາງສະແດງ “ການເຄື່ອນໄຫວການຕ່າງປະເທດຂອງນະຄອນໂຮ່ຈິມີນ- ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ”, ວາງສະແດງຊຸດອາພອນພື້ນເມືອງຂອງບັນດາເຂດ, ພາກ, ຮ້ານອາຫານການກິນ ແນະນຳຈຸດວັດທະນະທຳ, ອາຫານການກິນ ໂດຍປະຊາຄົມຊາວຕ່າງປະເທດປະຕິບັດ; ການແຂ່ງຂັນແຕ່ງກິນ “ເຍື່ອງອາຫານຫວຽດນາມ”.