ງານບຸນພົບປະແລກປ່ຽນວັດທະນະທໍາຫວຽດນາມ - ຍີ່ປຸ່ນ ປີ 2018: ຫວຽດນາມ - ຍີ່ປຸ່ນ 45 ປີແຫ່ງວັນສາຍຈິດມິດໃຈ

(VOVWORLD) -ຕອນຄໍ່າວັນທີ 26 ກໍລະກົດ, ງານບຸນ ພົບປະແລກປ່ຽນວັດທະນະທໍາຫວຽດນາມ - ຍີ່ປຸ່ນ ປີ 2018 ດ້ວຍຫົວຂໍ້ວ່າ “ຫວຽດນາມ - ຍີ່ປຸ່ນ 45 ປີແຫ່ງສາຍຈິດມິດໃຈ” ໄດ້ໄຂຂຶ້ນເປັນທາງການຢູ່ນະຄອນດ່າໜັງ ຂອງຫວຽດນາມ. ນີ້ແມ່ນການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ (ວັນທີ 21/9/1973 – 21/9/2018).

ງານບຸນພົບປະແລກປ່ຽນວັດທະນະທໍາຫວຽດນາມ - ຍີ່ປຸ່ນ ປີ 2018: ຫວຽດນາມ - ຍີ່ປຸ່ນ 45 ປີແຫ່ງວັນສາຍຈິດມິດໃຈ - ảnh 1ພິທີໄຂງານບຸນພົບປະແລກປ່ຽນວັດທະນະທໍາຫວຽດນາມ - ຍີ່ປຸ່ນ ປີ 2018

ທີ່ພິທີໄຂງານບຸນ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ເລື່ອງ ນະຄອນດ່າໜັງຈັດຕັ້ງງານບຸນພົບປະແລກປ່ຽນວັດທະນະທໍາຫວຽດນາມ - ຍີ່ປຸ່່ນ ປີ 2018. ກໍທີ່ພິທີໄຂ, ທ່ານ ເລິມກວາງມິນ, ຫົວໜ້າພະແນກພົວພັນຕ່າງປະເທດດ່າໜັງ, ໃຫ້ຮູ້ວ່າ:

        “ປີນີ້ແມ່ນມີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ ແລະ ກໍແມ່ນ ຄັ້ງທີ 25 ທີ່ພວກຂ້າພະເຈົ້າໄດ້ຈັດຕັ້ງງານບຸນດັ່ງກ່າວ. ຜ່ານງານຊຸມນຸມມິດຕິງ ໄດ້ຢືນຢັນໃຫ້ເຫັນເຖິງຄວາມຕັດສິນໃຈ, ຄວາມປາດຖະໜາຂອງນະຄອນດ່າໜັງ ໃນການເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນຂອງຍີ່ປຸ່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ