ງານບຸນ“ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ”ປີ2015
“ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ” ປີ 2014
(ພາບ: Song Tuấn)
|
(vovworld) – ບັນດາຂີດໝາຍ, ຈຸດພິເສດສະເພາະໃນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ ກໍ່ຄືຈຸດທີ່ເປັນເອກະລັກສະເພາະຂອງລະດູບານໃໝ່ຢູ່ເຂດພາກຕ່າງໆຂອງປະເທດຈະໄດ້ຮັບການວາດພາບໃນງານບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ” ຖືກດຳເນີນໄປແຕ່ວັນທີ 7 – 11/2/2015 ຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວ ບັນດາຊົນເຜົ່າ ຫວຽດນາມ. ຕາມນັ້ນແລ້ວ,ງານບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ” ຈະມີບັນດາການເຄື່ອນໄຫວຕົ້ນຕໍຄື: ລາຍການພົບປະສັງສັນ, ອວຍພອນປີໃໝ່, ພົວພັນແລກປ່ຽນວັດທະນະທຳ, ສິລະປະລະຫວ່າງປະຊາຄົມບັນດາເຜົ່າ ຫວຽດນາມ ແລະ ຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາຊົນເຜົ່າ ຫວຽດນາມ. ຈາກນັ້ນແມ່ນການແນະນຳ, ວາດພາບບັນດາຮີດຄອງປະເພນີຕ້ອນຮັບບຸນເຕັດທີ່ເປັນມູນເຊື້ອທີ່ດີເດັ່ນ ແລະ ສະແດງສິລະປະປະເພດຕ່າງໆ. ປີນີ້, ໃນຂອບເຂດວັນບຸນຍັງດຳເນີນການເຄື່ອນໄຫວ “ຫໍ່ເຂົ້າໜົມພ້ອມກັບຄົນທຸກຍາກຕ້ອນຮັບບຸນເຕັດ”.