ງານບຸນ“ແນະນຳວັດທະນະທຳຫວຽດນາມ”ຢູ່ສ.ເຊັກໂກ
ການສະແດງສິລະປະໃນລາຍການ
(ພາບ: Trần Quang Vinh/Vietnam+)
|
(vovworld) – ວັນທີ 21/5, ຢູ່ Prague, ສ. ເຊັກໂກ ໄດ້ດຳເນີນງານບຸນ “ແນະນຳວັດທະນະທຳ ຫວຽດນາມ” ໂດຍສະຖານທູດ ຫວຽດນາມ, ສະມາຄົມຊາວ ຫວຽດນາມ ຢູ່ ສ. ເຊັກໂກ ສົມທົບກັນຈັດຕັ້ງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍຂອງ “ປີວັດທະນະທຳ ຫວຽດນາມ ຢູ່ ເຊັກໂກ” ແລະ ນອນໃນ 65 ເຫດການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຊັກໂກ. ການເຄື່ອນໄຫວແນະນຳວັດທະນະທຳ ຫວຽດນາມ ໄດ້ຮັບການສະໜັບສະໜູນຈາກມະຫາຊົນ ເຊັກໂກ ເກືອບ 3.000 ຄົນເຂົ້າຮ່ວມ ແລະ ຄະນະຈັດຕັ້ງຕີລາຄາວ່າ “ບັນລຸຜົນສຳເລັດເກີນຄວາມລໍຄອຍ”. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ເຈືອງແມ້ງເຊີນ ໃຫ້ຮູ້ວ່າ: “ຈຸດປະສົງຂອງງານບຸນແມ່ນຊ່ວຍໃຫ້ຊາວເຊັກໂກ ຄົ້ນຫາ, ຢ້ຽມຊົມຄວາມງາມທຳມະຊາດ, ຮີດຄອງປະເພນີ ແລະ ພື້ນຖານວັດທະນະທຳຂອງ ຫວຽດນາມ ຜ່ານການສະແດງຂອງປະຊາຄົມຊາວ ຫວຽດນາມ ຢູ່ ເຊັກໂກ. ປະຊາຄົມນີ້ມີການເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນເປັນຢ່າງດີ, ມີການປະກອບສ່ວນພໍສົມຄວນໃຫ້ແກ່ປະເທດ ເຊັກໂກ ແຕ່ກໍ່ຮັກສາ ແລະ ຜັນຂະຫຍາຍພື້ນຖານວັດທະນະທຳຂອງຊາດ, ເຮັດໃຫ້ສີສັນສັງຄົມ ເຊັກໂກ ຫຼາຍຮູບຫຼາຍແບບກ່ວາ.”