ງານບຸນ Eid Al-Fitr ແມ່ນງານບຸນຫງ່ວມເຫງົາທີ່ສຸດສຳລັບຊາວມຸດສະລິມອິນໂດເນເຊຍ

(VOVWORLD) -ປີນີ້ ຊາວມຸດສະລິມໃນທົ່ວໂລກ, ໃນນັ້ນ ມີຊາວມຸດສະລິມ ອິນໂດເນເຊຍ ຕ້ອງຕ້ອນຮັບບຸນ Eid Al-Fitr ໃນບັນຍາກາດຫງ່ວມເຫງົາທີ່ສຸດໃນປະຫວັດສາດ. 

ຢູ່ ອິນໂດເນເຊຍ  ທຸກການເຄື່ອນໄຫວທາງສາສະຫນາ, ການເຫລື້ອມໃສທີ່ເຕົ້າໂຮມຫລາຍຄົນ ລ້ວນແຕ່ຖືກຍົກເລີກ ຍ້ອນ ໂລກລະບາດໂຄວິດ 19.

ຍັງບໍ່ມີເວລາໃດໂບດອິດສະລາມແຫ່ງຕ່າງໆຢູ່ ອິນໂດເນເຊຍ ຖືກປິດປະຕູ ຄືປະຈຸບັນ. ງານບຸນ Eid Al-Fitr ຄ້າຍຄືກັນບຸນເຕັດຂອງຫວຽດນາມ ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນຄອບຄົວພົບຫນ້າພໍຕາ ແລະ ພ້ອມກັນຕ້ອນຮັບວັນບຸນສຳຄັນທີ່ສຸດຂອງຊາວມຸດສະລິມ.

ເຮືອງຈ່າ ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ