ການແນະນຳອາຫານການກິນຢູ່ງານບຸນ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 15/4, ງານບຸນ Chol Chnam Thmay, ເຊິ່ງແມ່ນງານບຸນສະເຫຼີມສະຫຼອງປີໃໝ່ຂອງຊາວ ຂະແມ ໄດ້ຮັບການວາດພາບຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຢູ່ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ). ນີ້ແມ່ນການເຄື່ອນໄຫວທຳອິດໃນບັນດາເຫດການສະເຫຼີມສະຫຼອງວັນວັດທະນະທຳບັນດາເຜົ່າ ຫວຽດນາມ (19/4) ດ້ວຍຫົວຂໍ້ວ່າ: “ສີສັນວັດທະນະທຳ ຫວຽດນາມ” ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈັດຕັ້ງ.
ໃນຂອບເຂດງານບຸນ, ຄະນະຈັດຕັ້ງໄດ້ແນະນຳວັດທະນະທຳອາຫານການກິນຂອງບັນດາເຜົ່າ ຫວຽດນາມ, ອາຫານການກິນ ທີ່ພົ້ນເດັ່ນຂອງພາກເໜືອ, ພາກກາງ, ພາກໃຕ້, ໃນນັ້ນພົ້ນເດັ່ນແມ່ນ ອາຫານການກິນຂອງຊົນເຜົ່າຈຳນວນໜຶ່ງຄື: ຊົນເຜົ່າຜູ້ໄທ, ໄຕ່, ເມື່ອງ, ມົ້ງ, ກີງ, ຈີນ, ຂະແມ.
ເລື່ອງວາດພາບງານບຸນ Chol Chnam Thmay ກໍ່ຄືແນະນຳວັດທະນະທຳ ອາຫານການກິນຂອງພໍ່ແມ່ປະຊາຊົນຊົນເຜົ່າ ຢູ່ ຮ່າໂນ້ຍ ກໍ່ແມ່ນການເຄື່ອນໄຫວຕົ້ນຕໍຂອງບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ເພື່ອສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນຊົນເຜົ່າມາເຄື່ອນໄຫວເປັນປະຈຳຢູ່ທີ່ນີ້.