(vovworld)-ວັນທີ 3/5, ສະຖານທູດຫວຽດນາມ, ທູດທະຫານຫວຽດນາມ ປະຈຳລາວ ໄດ້ຈັດຕັ້ງ ການແຂ່ງຂັນ ກອຟ ມິດຕະພາບ ເພື່ອຂ່ຳນັບຮັບຕ້ອນ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ໂຮມປະເທດຊາດເປັນເອກະພາບ ແລະ ບັນດາວັນບຸນໃຫຍ່ຂອງລາວ ແລະ ຫວຽດນາມ ໃນປີ 2015. ເຂົ້າຮ່ວມການແຂ່ງຂັນມີນັກກິລາ 70 ຄົນ, ໃນນັ້ນ ມີ ທ່ານຮອງປະທານປະເທດລາວ ບຸນຍັງ ວໍລະຈິດ, ຮອງນາຍົກລັດຖະ ມົນຕີ ລາວ ພັນຄຳ ວິພາວັນ. ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບນີ້ ເພື່ອເພີ່ມທະວີ ແລະ ຮັດແຫນ້ນຄວາມສາມັກຄີມິດຕະພາບລະຫວ່າງສອງປະເທດ ກວ່າອີກ, ປະກອບສ່ວນຮັກສາ ແລະ ພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ລາວ.