(ງານພົບປະແລກປ່ຽນຊາວໜຸ່ມຫວຽດນາມ-ໄທ)
(vovworld) - ໃນຂອບເຂດງານພົບປະແລກປ່ຽນຊາວໜຸ່ມຫວຽດນາມ-ໄທ ຄັ້ງທີ 7 ຢູ່ໄທ, ວັນທີ 5/8, ຄະນະຊາວໜຸ່ມສອງປະເທດຫວຽດນາມ - ໄທ ມີການເຄື່ອນໄຫວຫຼາຍຢ່າງຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງນະຄອນພະນົມ, ແລະ ຢູ່ບ້ານມິດຕະພາບໄທ - ຫວຽດນາມ.
ຢູ່ບ້ານມິດຕະພາບໄທ - ຫວຽດນາມ, ຊາວໜຸ່ມສອງປະເທດຢ້ຽມຢາມຫໍພິພິດທະພັນປະທານ ໂຮ່ຈິມິນ, ຮັບຟັງໂອ້ລົມກ່ຽວກັບຊີວິດແຫ່ງການເຄື່ອນໄຫວຂອງປະທານ ໂຮ່ຈິມິນ ຢູ່ໄທ ໄລຍະ 1928-1929. ນ້ອງເຈິ່ນຮົ່ງເຮິນ, ນັກສຶກສາມະຫາວິທະຍາໄລຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ເປັນຄົນຫວຽດນາມ, ໄດ້ມາແຫ່ງນີ້ ແລະ ຮູ້ກ່ຽວກັບບ່ອນທີ່ປະທານ ໂຮ່ຈີມິນ ເຄີຍດຳລົງຊີວິດຢູ່ໄທ, ອັນໄດ້ເຮັດໃຫ້ຂ້າພະເຈົ້າຍິ່ງຈົດຈຳປະຫວັດສາດ ແລະ ຄິດຮອດບ້ານເກີດເມືອງນອນຂອງຕົນ. ຂ້າພະເຈົ້າຫວັງວ່າ, ວັດທະນະທຳ ແລະ ປະຫວັດສາດຫວຽດນາມ ຈະສືບຕໍ່ໄດ້ຮັບການແນະນຳ, ໂຄສະນາຢູ່ທຸກປະເທດໃນໂລກ“.