ພາບປະກອບ
(vovworld) – ຕອນບ່າຍວັນທີ 16/6, ງານພົບປະແລກປ່ຽນມິດຕະພາບລະຫວ່າງຄະນະຜູ້ຕາງໜ້າລາວ ແລະ ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດໄດ້ດຳເນີນຢູ່ສຳນັກງານ ຄະນະຜູ້ຕາງໜ້າລາວ ປະຈຳສະຫະປະຊາຊາດຢູ່ນີວຢອກ, ສະຫະລັດອາເມລິກາ. ກ່າວຄວາມເຫັນທີ່ງານພົບປະ, ທ່ານ ສະເຫຼີມໄຊ ກົມມະສິດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ ປະຈຳສະຫະປະຊາຊາດ ແລະ ທ່ານ ເລຮ່ວາຍຈູງ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ລ້ວນແຕ່ຢັ້ງຢືນວ່າ, ການພົວພັນທີ່ເປັນມູນເຊື້ອຫວຽດນາມ - ລາວ ຈະໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ເພື່ອສືບຕໍ່ພັດທະນາຢ່າງຮອບດ້ານ ແລະ ໝັ້ນຄົງໃນອະນາຄົດ. ພະນັກງານ, ເຈົ້າໜ້າທີ່ການທູດສອງປະເທດ ໄດ້ເຂົ້າຮ່ວມການແຂ່ງຂັນກິລາມິດຕະພາບ, ສະແດງສິລະປະທີ່ຍ້ອງຍໍສັນລະເສີນສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ ກໍ່ຄືຮັບປະທານອາຫານພື້ນເມືອງຂອງສອງຊາດ.