(ພາບປະກອບ)
(vovworld) – ຕອນຄໍ່າວັນທີ 11/04, ຢູ່ສຳນັກງານສະຖານທູດລາວປະຈຳຈີນ ໄດ້ຈັດງານພົບປະແລກປ່ຽນມິດຕະພາບລະຫວ່າງພະນັກງານ, ພາລະກອນຂອງສະຖານທູດລາວ ແລະ ຫວຽດນາມ ເນື່ອງໃນໂອກາດປີໃໝ່ຂອງລາວ ພ.ສ 2556. ກ່າວຄຳເຫັນທີ່ງານພົບປະແລກປ່ຽນ, ທ່ານເອກອັກຄະລັດຖະທູດລາວປະຈຳຈີນ ສົມດີ ບຸນຄຸ້ມ ເນັ້ນໜັກວ່າ ເລື່ອງຈັດຕັ້ງປີໃໝ່ລາວ ປີ 2013 ໄດ້ດຳເນີນໄປໃນບັນຍາກາດທີ່ 2 ປະເທດຫາກໍສະເຫຼີມສະຫຼອງ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ແລະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຄືດັ່ງຂີດໝາຍຮັດແໜ້ນການພົວພັນຮ່ວມມືມິດຕະພາບ, ພ້ອມທັບຫວນຄືນໄລຍະປົກປ່ອຍ ແລະ ສ້າງສາ ພັດທະນາປະເທດຊາດຂອງແຕ່ລະປະເທດ. ທີ່ງານພົບປະແລກປ່ຽນ ມີພິທີບາສີສູ່ຂວັນ, ອວຍພອນໃຫ້ກັນຈົ່ງມີສຸຂະພາບ, ມີຄວາມຜາສຸກ, ໂຊກດີ ໃນບັນຍາກາດທີ່ຟົກຟື້ນຂອງວາດຟ້ອນ ແລະ ທຳນອງເພງແຫ່ງຄວາມສາມາກຄີລະຫວ່າງ 2 ປະເທດຫວຽດນາມ - ລາວ.