ງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງ25ປີແຫ່ງການພົວພັນທາງການທູດຫວຽດນາມ-ເບລາຣຸດ
ບັນດາຜູ້ແທນເຂົ້າຮ່ວມງານພົບປະແລກປ່ຽນ
|
(vovworld) - ວັນທີ 26/2, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ -ເບລາຣຸດ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ຈັດຕັ້ງງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເບລາຣຸດ. ກ່າວຄຳເຫັນທີ່ງານພົບປະແລກປ່ຽນ, ທ່ານ Vladimir Goshin, ເອກອັກຄະລັດຖະທູດ ເບລາຣຸດ ປະຈຳຫວຽດນາມ ໄດ້ເນັ້ນໜັກວ່າ: 2 ປະເທດຕ້ອງຮ່ວມສຳພັນນຳກັນເພື່ອສຳພັດ ແລະ ເປັນເຈົ້າຕະຫຼາດໂລກ ທີ່ພວມມີການຜັນແປຢ່າງຕໍ່ເນື່ອງ, ປະກອບສ່ວນປັບປຸງພື້ນຖານເສດຖະກິດແຕ່ລະປະເທດ ແລະ ຍົກສູງທີ່ຕັ້ງບົດບາດແຫ່ງຊາດບົນເວທີສາກົນ. ເບລາຣຸດ ຖື ຫວຽດນາມ ແມ່ນແປ້ນຢັນເພື່ອພັດທະນາຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້ ແລະ ມຸ່ງໄປເຖິງການພ້ອມກັນຜະລິດບັນດາຜະລິດຕະພັນຢູ່ບັນດາປະເທດອ້ອມຂ້າງ, ກ່ອນອື່ນໝົດແມ່ນບັນດາປະເທດນອນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.