(vovworld) – ຕອນບ່າຍວັນທີ 05/09, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ໄດ້ຈັດງານພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດຫວຽດນາມ ແລະ 24 ປີແຫ່ງວັນຊາດອາກເມນີ. ກ່າວຄຳເຫັນທີ່ງານພົບປະ, ທ່ານປະທານສະມາຄົມມິດຕະພາບຫວຽດນາມ ອາກເມນີ ຫງວຽນວັນທ້ວນ ຖືວ່າ, ງານພົບປະແລກປ່ຽນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເພື່ອແນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັດແໜ້ນການພົວພັນມິດຕະພາບ, ຮ່ວມມື, ພ້ອມກັນມຸ້ງໄປເຖິງອະນາຄົດທີ່ຈະເລີນຮຸ່ງເຮືອງໃຫ້ທັງ 2 ປະເທດ, 2 ຊາດ. ທ່ານເລຂາທີ 3 ສະຖານທູດສ.ອາກເມນີ ປະຈຳຫວຽດນາມ Arsen Kotanjyan ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຈະສືບຕໍ່ສະໜັບສະໜູນ ແລະ ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ອາກເມນີ ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ປະຊາຊົນ 2 ປະເທດອາກເມນີ - ຫວຽດນາມ.