(vovworld) – ໃນລະຫວ່າງວັນທີ 29 – 31/12/2012, ຢູ່ແຂວງ ນິນບິ່ນ (Ninh Binh) ໄດ້ຈັດຕັ້ງງານພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວ ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ອົງຄະນະພັກແຂວງ ນິນບິ່ນ ໂດຍທ່ານ: ຮ່ວາງບິນກວນ (Hoang Binh Quan), ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ລັດຖະມົນຕີການຕ່າງປະເທດລາວ, ທ່ານ ບູຍວັນນາມ (Bui Van Nam), ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ນິນບິ່ນ ນຳໜ້າ.
ດ້ວຍຫົວຂໍ້ວ່າ “ເຂັ້ມຄົ້ນໄປດ້ວຍຄວາມສາມັກຄີ ຫວຽດນາມ - ລາວ”, ງານພົບປະແລກປ່ຽນລວມມີການເຈລະຈາກ່ຽວກັບບົດຮຽນໃນການຊີ້ນຳວຽກງານການຕ່າງປະເທດປະຊາຊົນ ແລະ ບັນດາການເຄື່ອນໄຫວພົບປະແລກປ່ຽນສິລະປະ, ກິລາ, ຢ້ຽມຢາມບັນດາຮາກຖານວັດທະນະທຳ, ທ່ອງທ່ຽວຂອງແຂວງ ນິນບິ່ນ. ພົບປະແລກປ່ຽນມິດຕະພາບລະຫວ່າງຄະນະພົວພັນຕ່າງປະເທດສູງກາງຂອງ 2 ພັກ ກັບບັນດາທ້ອງຖິ່ນຂອງ 2 ປະເທດໄດ້ກາຍເປັນມູນເຊື້ອອັນດີງາມ, ແມ່ນໂອກາດເພື່ອໃຫ້ພະນັກງານຂອງຄະນະພົວພັນຕ່າງປະເທດຫວຽດນາມ - ລາວແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງຄະນະພົວພັນຕ່າງປະເທດຂອງ 2 ພັກກ່ວາອີກ. ເນື່ອງໃນໂອກາດນີ້, ທ່ານ ຮ່ວາງບິນກວນ (Hoang Binh Quan) ໄດ້ມອບຫຼຽນກາທີ່ລະນຶກ “ເພື່ອພາລະກິດພົວພັນຕ່າງປະເທດຂອງພັກ” ໃຫ້ແກ່ບັນດາການນຳແຂວງ ນິນບິ່ນ.