ງານພົບປະແລກປ່ຽນລະຫວ່າງຄະນະ ອະດີດນັກສຶກສາລາວ ແລະ ບັນດາຄູອາຈານຫວຽດາມ
VOV - Minh Duc -  
( ງານພົບປະແລກປ່ຽນລະຫວ່າງຄະນະອະດີດ
ນັກສຶກສາລາວ ແລະ ບັນດາຄູອາຈານຫວຽດນາມ )
(vovworld) – ຕອນຄໍ່າວັນທີ 16/7, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ຈັດງານພົບປະແລກປ່ຽນລະຫວ່າງຄະນະອະດີດນັກສຶກສາລາວ ແລະ ບັນດາຄູອາຈານຫວຽດນາມ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດປີສາມັກຄິມິດຕະພາບປະຊາຊົນຫວຽດນາມ - ລາວ. ທີ່ງານພົບປະແລກປ່ຽນ, ບັນດາອະດີດນັກສຶກສາລາວໄດ້ຫວນຄືນອະນຸສອນໃນຄາວເປັນນັກຮຽນໃນປາງສົງຄາມອັນດຸເດືອດຢູ່ປະເທດຫວຽດນາມ. ທ່ານນາງ ບົວພາ ອຸດົມສຸກ, ພວມເຮັດວຽກຢູ່ສຳນັກຂ່າວສານປະເທດລາວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ, ໄດ້ແບ່ງປັນວ່າ.
“ຂ້າພະເຂົ້າບໍ່ອາດຫົຼັງລືມມື້ທຳອິດທີມາຫວຽດນາມ, ນັ້ນແມ່ນປີ 1972, ເຊິ່ງເປັນໄລຍະທີ່ສົງຄາມຢູ່ຫວຽດນາມ ແລະ ລາວ ພວມຮ້າຍແຮງດຸເດືອດທີ່ສຸດ. ໂຮງຮຽນຂອງພວກຂ້າພະເຈົ້າຢູ່ໃກ້ກັບຂົວຮາມຣົ່ງ ແຂວງແທງຮ໋ວາ, ບ່ອນທີ່ເກີດສົງຄາມອັນດຸເດືອດ, ເພາະສະນັ້ນ ຄູອາຈານໄດ້ຍົກຍ້າຍບັນດານັກຮຽນລົງອາໄສຢູ່ກັບປະຊາຊົນ, ໄດ້ຮັບການເບ່ິງແຍງດູແລຈາກປະຊາຊົນຫວຽດນາມ. ຂ້າພະເຈົ້າມີຄວາມພາກພູມໃຈທີ່ໄດ້ຍິນຂ່າວວ່າ ປີນີ້ຈະໄດ້ພົບປະກັບບັນດາຄູອາຈານພາຍຫຼັງເວລາ 40 ປີທີ່ຫ່າງໄກກັນ. ໃນການພົບປະ, ບັນດາຄູອາຈານບໍ່ອາດຈື່ຈຳໃບໜ້ານັກສຶກສາຂອງຕົນ, ເພາະລູກສິດທຸກຄົນກໍເຖົ້າແລ້ວ.”
( ທ່ານ Pham Vu Luan ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ )
“ໃນການຢ້ຽມຢາມຄັ້ງນີ້, ບັນດາສະຫາຍຈະມີໂອກາດກັບເມື່ອທ້ອງຖິ່ນຕ່າງໆເຊິ່ງເປັນບ່ອນທີ່ບັນດາສະຫາຍໄດ້ດຳລົງຊີວິດ, ຮໍ່າຮຽນໃນຄາວຍັງໜຸ່ມຂອງຕົນ. ການພົບປະຄັ້ງນີ້ຈະປະກອບສ່ວນປັບປຸງຄວາມສະໜິດຕິດພັນສາມັກຄີສອງຊາດ, ມູນເຊື້ອສາມັກຄີທີ່ບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ”.
VOV - Minh Duc