ງານພົບປະແລກປ່ຽນສິລະປະ ຫວຽດນາມ-ອິນເດຍ

ງານພົບປະແລກປ່ຽນສິລະປະ ຫວຽດນາມ-ອິນເດຍ - ảnh 1
ຄະນະຜູ້ແທນປະຊາຊົນ ອິນເດຍ ຢ້ຽມຢາມຫໍພິພິທະພັນ ຈຳ
(ພາບ: A.D)

(vovworld) – ​ໂດຍ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຕ່າງໆ​​ໃນ​ຂອບ​ເຂດງານ​ມະ​ໂຫລານ​ມິ​ດຕະພາບ​ຫວຽດນາມ - ອິນ​ເດຍ ຄັ້ງ​ທີ 5, ຕອນ​ຄຳ່​ວັນ​ທີ 24/10, ຢູ່​ນະຄອນ​ດ່າ​ໜັງ, ສະຫະພັນ​ບັນດາ​ອົງ​ການ​ມິດຕະພາບ​ນະຄອນ ດ່າ​ໜັງ ​ແລະ ຄະນະ​ຜູ້​ແທນ​ປະຊາຊົນ ອິນ​ເດຍ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ​ສະ​ແດງ​ສິລະ​ປະ ຫວຽດນາມ - ອິນ​ເດຍ. ທີ່​ງານ​ພົບ​ປະ​ແລກປ່ຽນ ສະ​ແດງ​ສິລະ​ປະ, ມີ​ນັກ​ສີ​ລະ​ປິນກ່ວາ 60 ຄົນ​ຂອງ​ອິນ​ເດຍ ​ແລະ ບັນດາ​ນັກ​ສີ​ລະ​ປິນ ​ແລະ ຄະນະ​ສີ​ລະ​ປະ​ກອນຂອງ​ນະຄອນ ດ່າ​ໜັງ ​ເຂົ້າ​ຮ່ວມ​ການສະ​ແດງ​ບັນດາ​ລາຍການ​ສີ​ລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດ​ທະນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ສະ​ແດງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດຕະພາບ​ລະຫວ່າງປະຊາຊົນ 2 ປະ​ເທດ ຫວຽດນາມ - ອິນ​ເດຍ. ທ່ານ ຮິ່ງດຶກ​ເຈື່ອງ, ປະທານ​ສະຫະ​ພັນບັນດາ​ອົງການ​ມິດ​ຕະພາບ, ​ໃຫ້​ຮູ້​ວ່າ:

        “ຄະນະ​ຈັດ​ຕັ້ງ​ໄດ້​ຈັດ​ຕັ້ງ​ງານ​ມະ​ໂຫລານ​ຢູ່​ນະຄອນ ​ດ່າ​ໜັງ ​ແລະ ຖື ດ່າ​ໜັງ​ແມ່ນ​ຈຸດ​ສຸມ​​ໃນ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ມະ​ໂຫລານ​ຄັ້ງ​ນີ້. ຜ່ານ​ລາຍການ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ວັດທະນະທຳ​ລະຫວ່າງ​ຫວຽດນາມ - ອິນ​ເດຍ. ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ: ປະຊາຊົນລຸ້ນຕ່າງໆຂອງ 2 ປະ​ເທດ​ຈະເພີ່ມ​ພຸ​ນຄຸນ​ສ້າງ, ພັດທະນາ ​ແລະ ຮັກສາ​ສາຍ​ພົວພັນ​ນີ້​ໃຫ້​ນັບ​ມື້​ນັບ​ສະໜິດ​ແໜ້ນ​ຍິ່ງໆ​ຂຶ້ນ”

ຂ່າວ/ບົດ​ອື່ນ