ງານພົບປະແລກປ່ຽນເຊີດຊູຜູ້ໄດ້ຂະແນນໃນການເສັງຈົບມະຫາວິທະຍາໄລ,ວິທະຍາໄລຢູ່ຮ່າໂນ້ຍປີ2016
(ງານພົບປະແລກປ່ຽນເຊີດຊູຜູ້ໄດ້ຂະແນນໃນການ
ເສັງຈົບມະຫາວິທະຍາໄລ,ວິທະຍາໄລຢູ່ຮ່າໂນ້ຍປີ2016)
(vovworld) - ໂດຍນອນໃນບັນດາການເຄື່ອນໄຫວເຊີດຊູຜູ້ເສັງໄດ້ຄະແນນສູງສຸດ ໃນການເສັງຈົບບັນດາມະຫາວິທະຍາໄລ, ສະຖາບັນ ໃນບໍລິເວນນະຄອນຮ່າໂນ້ຍ ປີ 2016, ວັນທີ 27/08, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ນະຄອນຮ່າໂນ້ຍ ໄດ້ຈັດງານພົບປະແລກປ່ຽນເຊີດຊູຜູ້ເສັງໄດ້ຄະແນນສູງສຸດໃນການເສັງຈົບມະຫາວິທະຍາໄລ, ສະຖາບັນຢູ່ຮ່າໂນ້ຍປີ 2016 ດ້ວຍຫົວຂໍ້ “ຜູ້ເສັງໄດ້ຄະແນນສູງສຸດໃນການເສັງຈົບມະຫາວິທະຍາໄລ, ສະຖາບັນຢູ່ຮ່າໂນ້ຍປີ 2016 ກັບການເລີ່ມປະກອບອາຊີບ”. ທີ່ງານພົບປະ, ຜູ້ເສັງໄດ້ຄະແນນສູງສຸດ 100 ຄົນ ຢູ່ບັນດາມະຫາວິທະຍາໄລ, ສະຖາບັນໃນບໍລິເວນນະຄອນຮ່າໂນ້ຍ ໄດ້ຮັບຟັງບັນດານັກທຸລະກິດໜຸ່ມດີເດັ່ນນະຄອນຮ່າໂນ້ຍ ແບ່ງປັນເຄັດລັບ ແລະ ບົດຮຽນໃນການເລີ່ມປະກອບອາຊີບ ທີ່ບັນລຸຜົນສຳເລັດ. ແບ່ງປັນບັນດາເງື່ອນໄຂເພື່ອເລີ່ມປະກອບອາຊີບ, ອ້າຍ ເລວິ້ງເຊີນ, ຮອງປະທານສູນກາງສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຖືວ່າ, ບໍ່ຄວນເລີ່ມປະກອບອາຊີບດ້ວຍບັນດາສິ່ງເກີນຄວາມສາມາດຂອງຕົນ, ຫາກຕ້ອງນຳໃຊ້ກຳລັງຄວາມສາມາດ, ຄວາມຮູ້ທີ່ຕົນພວມມີເພື່ອເສີມຂະຫຍາຍສິ່ງດັ່ງກ່າວໄດ້ໃນຊີວິດ ເວລານັ້ນການເລີ່ມປະກອບອາຊີບຈຶ່ງບັນລຸຜົນສຳເລັດໄດ້.