ຊາວປະມົງຮ່ວາງຊາ, ເຈື່ອງຊາ
(ພາບ: fonet.vn)
(VOV) - ວັນທີ 7/10, ຢູ່ຮ່າໂນ້ຍ, ສະຫະພັນໃຫ່ຍແຮງງານຫວຽດນາມ ໄດ້ຈັດການປະຊຸມ ເອກະພາບກ່ຽວກັບເນື້ອໃນລາຍການຂອງງານພົບປະແລກປ່ຽນ “ຊາວປະມົງຮ່ວາງຊາ, ເຈື່ອງຊາ ກັບທະຫານປ້ອງກັນຊາຍແດນ“ ເພື່ອແນໃສ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ແບ່ງປັນຂອງອົງການກຳມະບານກັບຊາວປະມົງຜູ້ທີ່ພວມຕິດພັນກັບເຂດເລຮ່ວາງຊາ, ເຈື່ອງຊາ ທັງວັນ ແລະ ຄືນ; ສ້າງການພົວພັນລະຫວ່າງຊາວປະມົງກັບທະຫານປ້ອງກັນຊາຍແດນ. ທີ່ງານພົບປະຈະມີບັນດາເລື່ອງລາວກ່ຽວກັບການໄປກູ້ໄພກູ້ຊີບຊາວປະມົງຜູ້ຖືກອຸບັດຕິເຫດ ແລະ ກໍ່ໃນງານພົບປະ, ຈະມີການມອບຂອງຂວັນໃຫ້ແກ່ບັນດາບໍລິສັດອາຊີບຫາປາ ແລະ ຊາວປະມົງຖືກຜົນເສຍຫາຍຍ້ອນໄພທຳມະຊາດເມື່ອພວມຫາປາຢູ່ເຂດທະເລຮ່ວາງຊາ, ເຈື່ອງຊາ…