ງານມະໂຫລານຊາວຫນຸ່ມຫວຽດນາມ-ຈີນຄັ້ງທີ2

ງານມະໂຫລານຊາວຫນຸ່ມຫວຽດນາມ-ຈີນຄັ້ງທີ2 - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມເຂົ້າຮ່ວມງານມະໂຫລານ
ພາບ:internet

(vovworld)- ​​​​ ​ ​ເຂົ້າ​ຮ່ວມ ງານ​ມະ​ໂຫລານ​ຊາວ​ຫນຸ່ມ​ຫວຽດນາມ-​ຈີນ​ຄັ້ງ​ທີ2​, ຝ່າຍ​ຫວຽດນາມ​ມີ​ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ຝ່າຍ​ຈີນ, ມີ​ທ່ານ ຫລີ​ຢວນຈາວ, ຮອງ​ປະທານ​ປະ​ເທດ ຈີນ ​ແລະ ຊາວ​ຫນຸ່ມ​ສອງ​ປະ​ເທດ​ເກືອບ 1000 ຄົນ. ກ່າວ​ຄຳ​ເຫັນ​ນະທີ່​ນີ້, ທ່ານ​ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ: ງານ​ມະ​ໂຫລານ​ຊາວ​ຫນຸ່ມ​ຫວຽດນາມ- ຈີນ ຄັ້ງ​ນີ້ ດຳ​ເນີນ​ໄປ​ຂະນະ​ທີ່​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ພວມ​ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​​ໃຫມ່​ຢ່າງ​ຕັ້ງຫນ້າ. ນີ້​ແມ່ນ​ໂອກາດ​ເພື່ອ​​ໃຫ້​ລຸ້ນຫນຸ່ມສອງ​ປະ​ເທດ​ພ້ອມ​ກັນ​ທົບທວນຄືນ​ມູນ​ເຊື້ອ​ມິດຕະພາບ​ຫວຽດນາມ-​ຈີນ, ​ເຮັດ​ໃຫ້​ອາລົມ​ຈິດ​ມິດ​ຕະພາບ​ລະຫວ່າງ​ປະຊາຊົນ, ລຸ້ນຫນຸ່ມ​ສອງ​ປະ​ເທດ​ເລິກ​ເຊິ່ງຂຶ້ນ​ຕື່ມ, ປະກອບ​ສ່ວນ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ​ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ. ທ່ານ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ຫນັກ​ວ່າ:

        “ຊາວ​ຫນຸ່ມ​ແມ່ນ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ. ຖ້າ​ຫາກ​ຊາວ​ຫນຸ່ມ​ສອງ​ປະ​ເທດ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ, ​ເຄົາລົບ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ມີ​ຄວາມ​ສາມັກຄີ​, ​ແນ່ນອນ​ວ່າ​ປະຊາຊົນ​ສອງ​ປະ​ເທດຈະ​ມີ​ຄວາມ​ຜາ​ສຸກ, ພາລະກິດ​ສ້າງສາ​ສັງຄົມ​ນິຍົມ​ຈະ​ປະສົບ​ຜົນສຳ​ເລັດ. ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ພົບ​ປະລະ​ຫວ່າງ​ຊາວ​ຫນຸ່ມ​ສອງ​ປະ​ເທດ​ຄັ້ງ​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ເພື່ອນ​ຫນຸ່ມ​ໃກ້ຊິດ​ສະຫນິດ​ສະຫນົມ, ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ກວ່າ. “

        ​ເມື່ອ​ຕີ​ລາຄາ​ການຈັດ​ຕັ້ງ​ງານ​ມະ​ໂຫລານ​ຊາວ​ຫນຸ່ມ ຈີນ-​ຫວຽດນາມ​ຄັ້ງ​ທີ 2, ທ່ານ​ ຫລີ​ຢວນຈາວ, ຮອງ​ປະທານ​ປະ​ເທດ​ຈີນ ປາດ​ຖະຫນາ​ຢາກໃຫ້ຊາວ​ຫນຸ່ມ​ສອງ​ປະ​ເທດ ຈີນ-​ຫວຽດນາມ ​ຊາບ​ຊືມບັນດາ​ຄວາມ​ມຸ່ງ​ຫວັງ​ຂອງ​ການ​ນຳ​ສອງ​ປະ​ເທດ, ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ​ຍາວ​ນານ, ​ພ້ອມ​ກັນ​ສ້າງ​ອະນາຄົດ​ອັນ​ດີງາມ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ​ໃນ​ຄວາ​ມ​ມານະ​ພະຍາຍາມ​ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ​ຈີ​ນ - ຫວຽດນາມ, ກໍ​ຄື​ພາລະກິດ​ສ້າງສາ​ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດ.

​ເນື່ອງໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານ​ປະ​ເທດ​ຈີ​ນ ສີ​ຈິ້​ນຜິ​ງ ​ໄດ້​ສົ່ງ​ຈົດໝາຍ​ອວຍ​ພອນ​ ງານ​ມະ​ໂຫລານ​ຊາວ​ຫນຸ່ມ​ຫວຽດນາມ-​ຈີນ​ຄັ້ງ​ທີ2 ​ແລະ ຊາວ​ຫນຸ່ມ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ