ງານມະໂຫລານວັດທະນະທຳສິລະປະຂອງສະຖານທູດບັນດາປະເທດອາຊຽນ 2014
ງານມະໂຫລານວັດທະນະທຳສິລະປະຂອງສະຖານທູດບັນດາປະເທດອາຊຽນ 2014
(ພາບ: ອິນເຕີແນດ)
(vovworld) - ຕອນຄຳ່ວັນທີ 28/11 ງານມະໂຫລານວັດທະນະທຳສິລະປະຂອງສະຖານທູດບັນດາປະເທດອາຊຽນ 2014 ໄດ້ດຳເນີນຢູ່ສະຖານທູດອິນໂດເນເຊຍ ປະຈຳສິງຄະໂປ. ນອກຈາກບັນດາສະມາຊິກໃນກຸ່ມ, ຍັງມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ທີ່ຕາງໜ້າໃຫ້ບັນດາປະເທດຄູ່ຮ່ວມມືຂອງອາຊຽນ ຢູ່ສິງຄະໂປ ຄື: ອາເມລິກາ, ຍີ່ປຸ່ນ, ສເກົາຫຼີ, ຈີນ, ອິນເດຍ ແລະ ລັດເຊຍ ອີກ. ບັນດາປະເທດເຂົ້າຮ່ວມງານມະໂຫລານໄດ້ນຳເອົາວັດທະນະທຳ ແລະ ອາຫານທີ່ເປັນເອກະລັກສະເພາະຂອງປະເທດຕົນມາແນະນຳກັບເພື່ອນມິດ, ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມສາມັກຄີ, ສະໜິດສະໜົມລະຫວ່າງບັນດາປະເທດໃນກຸ່ມອາຊຽນ ກໍ່ຄືບັນດາປະເທດຄູ່ຮ່ວມມື. ເຫດການນີ້ເພື່ອແນໃສ່ໂຄສະນາວັດທະນະທຳອາຊຽນ, ທັງເປັນການເພີ່ມທະວີນຳ້ໃຈສາມັກຄີ, ມິດຕະ ພາບ, ເຊື່ອມຕໍ່ ແລະ ເຊື່ອມໂຍງໃນຄອບຄົວອາຊຽນ.