(vovworld) - ງານມະໂຫລານຮູບເງົາ, ເຄື່ອງມືໂຄສະນາການພັດທະນາຕະຫຼາດຮູບເງົາໃໝ່, ນີ້ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາໂດຍກົມຮູບເງົາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ສະຖານທູດອີຕາລີປະຈຳຫວຽດນາມ ຈັດຕັ້ງໃນຕອນບ່າຍວັນທີ 22/07, ຢູ່ຮ່າໂນ້ຍ, ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວແລກປ່ຽນບົດຮຽນ, ໂຄສະນາ, ພັດທະນາຮູບເງົາຜ່ານບັນດາງານມະໂຫລານຮູບເງົາ; ຈຳໜ່າຍຮູບເງົາອີຕາລີ, ຮູບເງົາເອີລົບ ຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ກົງກັນຂ້າມ. ທີ່ການໂອ້ລົມສົນທະນາ, ຜູ້ແທນສ່ວນຫຼາຍໄດ້ຖືວ່າ, ເລື່ອງໂຄສະນາ, ພັດທະນາຕະຫຼາດຮູບເງົາແມ່ນມີຄວາມຈຳເປັນສຳລັບຫວຽດນາມ, ອີຕາລີ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ພາກພື້ນເອີລົບ. ທ່ານນາງຫົວໜ້າກົມຮູງເງົາ ໂງເຟືອງລານ ໃຫ້ຂໍ້ສັງເກດວ່າ, ງານມະໂຫລານຮູບເງົາໄດ້ສວນບົດບາດອັນໃຫຍ່ຫຼວງໃນການໂຄສະນາ, ພັດທະນາຮູບເງົາ, ເປີດທີດທາງໃໝ່ໃຫ້ຂະແໜງຮູບເງົາຫວຽດນາມ ພັດທະນາ.
ທ່ານນາງ Cecilia Piccioni, ເອກອັກຄະລັດຖະທູດອີຕາລີ ປະຈຳຫວຽດນາມ ເນັ້ນໜັກວ່າ, ລັດຖະບານອີຕາລີ ໄດ້ມີຍຸດທະສາດພັດທະນາຮູບເງົາອອກສູ່ຕ່າງປະເທດ, ໃນນັ້ນໃຫ້ບຸລິມະສິດແກ່ບັນດາປະເທດອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ທ່ານນາງກໍຫວັງວ່າ, ຜ່ານບັນດາງານມະໂຫລານ, ຈະມີຫຼາຍຮູບເງົາອີຕາລີ ໄດ້ຮັບການແນະນຳຢູ່ຫວຽດນາມ ກໍຄືຫຼາຍຮູບເງົາຂອງຫວຽດນາມ ຖືກນຳສາຍຢູ່ອີຕາລີ ແລະ ບັນດາປະເທດເອີລົບ.