ງານລາຕີລະດູການປູກກາເຟ-ເຊີດຊູຜູ້ປູກຕົ້ນກາເຟ ໄຕງວຽນ
(ພາບປະກອບ)
(vovworld) – ໂດຍນອນໃນບັນດາການເຄື່ອນໄຫວຂອງງານບຸນກາເຟ ບວນມາທວດ ຄັ້ງທີ 5, ຕອນຄໍ່າວັນທີ 11/03, ຢູ່ສະໜາມຫຼວງ 10/03, ນະຄອນ ບວນມາທວດ (ດັກລັກ) ໄດ້ຈັດລາຍການ “ງານລາຕີລະດູການປູກກາເຟ”. ລາຍການມີການເຂົ້າຮ່ວມຂອງບັນດານັກວິທະຍາສາດ, ບັນດານັກຄົ້ນຄວ້າກາເຟ, ວິສາຫະກິດ ແລະ ຊາວກະສິກອນເກືອບ 900 ຄົນທີ່ມາຈາກ 5 ແຂວງໄຕງວຽນ ຄື: ດັກລັກ, ດັກນົງ, ຢາລາຍ, ກອນຕຸມ ແລະ ເລີມດົ່ງ. ດ້ວຍຫົວຂໍ້ “ເຕົ້າໂຮມຊາວກະສິກອນ”, ງານລາຕີແມ່ນເວທີປາໄສເພື່ອໃຫ້ພໍ່ແມ່ຊາວກະສິກອນປູກຕົ້ນກາເຟຢູ່ໄຕງວຽນ ແລກປ່ຽນກັບບັນດານັກວິທະຍາສາດ, ນັກຄຸ້ມຄອງຄວາມຮູ້, ບົດຮຽນໃນການຜະລິດ, ປະກອບສ່ວນພັດທະນາຂະແໜງກາເຟ ຢ່າງໝັ້ນຄົງ.
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງງານບຸນກາເຟ ບວນມາທວດ ຄັ້ງທີ 5 ໄດ້ຍ້ອງຍໍຊາວກະສິກອນ 55 ຄົນ ທີ່ຜະລິດດີເດັ່ນຂອງບັນດາແຂວງໄຕງວຽນ.