ງານລາຕີ “ລົມຫາຍໃຈ” ທີ່ເຂັ້ມຂົ້ນໄປດ້ວຍນ້ຳໃຈມິດຕະພາບຫວຽດນາມ - ອິນເດຍ
ວົງດົນຕີ Shwaas
(ພາບ: tienphong.vn)
(vovworld) - ຕອນຄຳ່ວັນທີ 7/1, ຢູ່ ຮ່າໂນ້ຍ, ສະຖານທູດ ອິນເດຍ ໄດ້ຈັດຕັ້ງລາຍການສະແດງສິລະປະ: ວົງດົນຕີ Shwaas ແລະ ດົນຕີ ກຼາດຊິກ ອິນເດຍ ສົມທັບກັບດົນຕີ Jazz ແລະ Blues. ການສະແດງຂອງວົງດົນຕີ Shwaas ໂດຍແມ່ນສະພາແລກປ່ຽນວັດທະນະທຳ ອິນເດຍ, ລັດຖະບານ ອິນເດຍ ອຸປະຖຳ. ທ່ານ Ranjit Rae, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ອິນເດຍ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວນອນໃນບັນດາການເຄື່ອນໄຫວ ແລະ ການຮ່ວມມືແລກປ່ຽນວັດທະນະທຳ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, 5 ປີແຫ່ງວັນສ້າງການພົວພັນຄູ່ຮ່ວມມືຍຸດທະຍາດຫວຽດນາມ - ອິນເດຍ ແລະ 20 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ອິນເດຍ. ດ້ວຍລາຍການສະແດງສິລະປະທີ່ມີຊື່ວ່າ: ວົງດົນຕີ Shwaas ສົມທົບກັບດົນຕີ ກຼາດຊິກ ອິນເດຍ ກັບດົນຕີ Jazz ແລະ Blues, ວົງດົນຕີ Shwaas ໄດ້ນຳມາເຊິ່ງບັນຍາກາດມ່ວນຊື່ນ, ເຕັມໄປດ້ວຍພະລັງໃຫ້ແກ່ຜູ້ຊົມ. ກ່ອນໜ້ານັ້ນ, ວົງດົນຕີ Shwaas ໄດສະແດງຢູ່ມະຫາວິທະຍາໄລຊັບພະວິຊາ ດ່າໜັງ ໃນວັນທີ 2/1/2013. ຕອນຄຳ່ວັນທີ 8/1, ວົງດົນຕີ Shwaas ຈະສືບຕໍ່ສະແດງສິລະປະ ແລະ ພົບປະແລກປ່ຽນສິລະປະກັບນັກສຶກສາ ມະຫາວິທະຍາໄລຄົມມະນາຄົມ - ຂົນສົ່ງ ຮ່າໂນ້ຍ.