ງານວາງວະແດງພາບແຕ້ມ ຫວຽດນາມ ຢູ່ປະເທດໄທ
ງານວາງວະແດງພາບແຕ້ມ ຢູ່ປະເທດໄທ
(ພາບ:rcst.gpv.vn)
( vovworld ) – ງານວາງສະແດງພາບແຕ້ມຂອງຈິດຕະກອນ ໄທ 4 ຄົນ ກ່ຽວກັບສະຖາປັດຕະຍາກຳ ຫວຽດນາມ ໃນເມື່ອກອ່ນ ແລະ ໃນປະຈຸບັນຫາກໍໄດ້ໄຂຂຶ້ນຢູ່ນະຄອນຫຼວງບາງກອກ. ພາບແຕ້ມ 180 ແຜ່ນຂອງຈິດຕະກອນ ໄທ 4 ຄົນທີ່ວາງສະແດງຢູ່ໃນງານດັ່ງກ່າວ ແມ່ນພາມແຕ້ມທີ່ບັນດານັກຈິດຕະກອນແຕ້ມ ພາຍຫລັງໄດ້ມາຢ້ຽມຢາມປະເທດ ຫວຽດນາມ ຊື່ງໄດ້ສະແດງໃຫ້ເຫັນຄວາມສວຍງາມຂອງບັນດາກິດຈະກຳ, ເຂດປູສະນີຍະສະຖານບູຮານ, ທີວທັດທຳມະຊາດ, ວິຖີການດຳລົງຊີວິດອັນອຸດົມສົມບູນຂອງແຕ່ລະເຂດພາກ. ເຂົ້າຮ່ວມພິທີໄຂງານວາງສະແດງ, ທ່ານ ໂງດຶກທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ຕີລາຄາວ່າ: ນີ້ແມ່ນໜື່ງໃນບັນດາການເຄື່ອນໄຫວດ້ານວັດທະນະທຳທີ່ມີຄວາມໝາຍ, ຊ່ວຍໃຫ້ປະຊາຊົນ ໄທ ເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ, ສັນຕິພາບ, ປະຊາຊົນ ຫວຽດນາມ ຮັກແພງແຂກຄົນ, ປະກອບສ່ວນກໍ່ສ້າງປະຊາຄົມ ອາຊຽນ ກ້າວຂຶ້ນ ໃນສະພາບການທີ່ສາຍພົວພັນຮ່ວມມືມິດຕະພາບ ຫວຽດນາມ-ໄທ ບັນລຸລະດັບສູງໃໝ່ ພາຍຫຼັງ 35 ປີໄດ້ຮັບການເພີ່ມພູນຄູນສ້າງ