ງານວາງສະແດງ“ຂ່ຳນັບຊົມເຊີຍວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14”
(ງານວາງສະແດງ“ຂ່ຳນັບຊົມເຊີຍວັນເລືອກຕັ້ງ
ສະມາຊິກສະພາແຫ່ງຊາດຊຸດທີ14)
(vovworld) - ຕອນເຊົ້າວັນທີ 26/04, ຢູ່ຫໍພິພິດຕະພັນນະຄອນເກີນເທີ, ພະແນກວັດທະທຳ, ກິລາ ແລະ ທ່ອງທ່ຽວນະຄອນເກີນເທີ ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ຂ່ຳນັບຊົມເຊີຍວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2016 - 2021”. ງານວາງສະແດງໄດ້ວາງສະແດງພາບຖ່າຍ 120 ແຜ່ນ ກ່ຽວກັບການເລືອງຕັ້ງສະມາຊິກສະພາແຫ່ງຊາດທົ່ວປະເທດ, ແລະ ສະມາຊິກສະພາປະຊາຊົນທຸກຂັ້ນຄັ້ງຕ່າງໆ, ບັນດາຜົນງານໃນການພັດທະນາປະເທດຊາດເວົ້າລວມ ແລະ ຂອງນະຄອນເກີນເທີ ເວົ້າສະເພາະ, ພິເສດແມ່ນວຽກງານສ້າງອຳນາດການປົກຄອງໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດນັບແຕ່ປີ 1945 ມາຮອດປະຈຸບັນ. ບັນດາພາບຖ່າຍເຫຼົ່ານັ້ນມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນໂຄສະນາໃຫ້ປະຊາຊົນທຸກຊັ້ນວັນນະກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງສະພາແຫ່ງຊາດ ແລະສະພາປະຊາຊົນທຸກຄັ້ນ ຢ່າງເລິກເຊິ່ງ, ກວ້າງຂວາງ.