ການປະຊຸມຂ່າວກ່ຽວກັບການຈັດຕັ້ງ ງານວາງສະແດງ “
ທາງ ໂຮ່ຈີມິນ ແຫ່ງເທບນິຍາຍໃນດິນແດນ ລາວ, ໄລຍະ 1961-1975“
(vovworld) - ຕອນເຊົ້າວັນທີ 23/9, ຢູ່ຫໍພິພິດທະພັນປະຫວັດສາດກອງທັບປະຊາຊົນ ລາວ ທີ່ນະຄອນຫຼວງ ວຽງຈັນ, ໄດ້ຈັດການປະຊຸມຂ່າວກ່ຽວກັບການຈັດຕັ້ງ ງານວາງສະແດງ “ທາງ ໂຮ່ຈີມິນ ແຫ່ງເທບນິຍາຍໃນດິນແດນ ລາວ, ໄລຍະ 1961-1975“ ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ກະຊວງປ້ອງກັນປະເທດ ລາວ ສົມທົບກັນຈັດຕັ້ງ, ເພື່ອແນໃສ່ສະເຫຼີມສະຫຼອງ 55 ປີ ແຫ່ງວັນເປີດເສັ້ນທາງພູຫຼວງຕາເວັນຕົກ (1961-2016). ທີ່ການປະຊຸມຂ່າວ, ພັນເອກ ໄຊສະໝອນ, ຫົວໜ້າກົມໂຄສະນາອົບຮົມ-ກະຊວງປ້ອງກັນປະເທດ ລາວ, ໃຫ້ຮູ້ວ່າ, ງານວາງສະແດງເພື່ອແນໃສ່ຮັບຮອງຂອບຂະໜາດປະຫວັດສາດ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງເສັ້ນທາງພູຫຼວງຕາເວັນຕົກ ທີ່ມີຕໍ່ພາລະກິດປະຕິວັດປົດປ່ອຍຊາດຂອງສາມປະເທດ ອິນດູຈີນ ເວົ້າລວມ ແລະ ພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບເວົ້າສະເພາະ
ພັນເອກ ໄຊສະໝອນ, ຫົວໜ້າກົມ
ໂຄສະນາອົບຮົມ-ກະຊວງປ້ອງກັນປະເທດ ລາວ
ງານວາງສະແດງປະກອບດ້ວຍຮູບພາບ 80 ແຜ່ນຂອງບັນດານັກຂ່າວສະໜາມຮົບ, ເຊິ່ງໄດ້ວາດພາບໄລຍະປະຫວັດສາດອັນສະຫງ່າອົງອາດແຕ່ປີ 1961-1975. ງານວາງສະແດງຈະໄຂຂຶ້ນໃນວັນທີ 26/9 ຈະມາເຖິງ ແລະ ຄາດວ່າຈະມີການນຳຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ, ລາວ ຫຼາຍທ່ານເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍນີ້.