ງານວາງສະແດງຜົນງານດ້ານເສດຖະກິດ,ສັງຄົມຂອງປະເທດຊາດຈະຖືກໄຂຂຶ້ນໃນຕອນຄໍ່າວັນທີ28/08
(ການປະຊຸມຂ່າວແນະນຳງານວາງສະແດງ)
(vovworld) – ງານວາງສະແດງຜົນງານດ້ານເສດຖະກິດ, ສັງຄົມຂອງປະເທດຊາດ ຈະຖືກໄຂຂຶ້ນໃນຕອນຄໍ່າວັນທີ 28/08, ນີ້ແມ່ນຂໍ້ມູນໄດ້ຍົກອອກມາທີ່ການປະຊຸມຂ່າວແນະນຳງານວາງສະແດງ ໃນຕອບບ່າຍວັນທີ 19/08, ຢູ່ຮ່າໂນ້ຍ. ຢູ່ທີ່ນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮີ່ນວິ້ງອ໋າຍ ໃຫ້ຮູ້ວ່າ: ງານວາງສະແດງຜົນງານດ້ານເສດຖະກິດ, ສັງຄົມ ຂອງປະເທດຊາດປີ 2015 ແມ່ນການເຄື່ອນໄຫວແທຈິງ, ຊຶ່ງນອນໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນປະຕິວັດເດືອນສິງຫາ (19/08/1945 – 19/08/2015) ແລະ ວັນສະຖາປະນາທີ 02 ກັນຍາ (02/09/1945 – 02/09/2015), ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈັດຕັ້ງ. ຕາມຄະນະຈັດຕັ້ງແລ້ວ, ບັນດາເນື້ອໃນທີ່ນຳມາວາງສະແດງຄັ້ງມີ ໄດ້ມີການເຂົ້າຮ່ວມຂອງ 28 ກະຊວງ, ຂະແໜງການ, ອົງການທຽບເທົ່າກະຊວງ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູງກາງ… ຈະມີຮ້ານວາງສະແດງ 80 ຮ້ານ ລວມມີ: ເຂດວາງສະແດງສັງລວມ, ເຂດວາງສະແດງຂອງກຸ່ມບັນດາກະຊວງ, ຂະແໜງການ; ເຂດວາງສະແດງຂອງກຸ່ມບັນດາທ້ອງຖິ່ນ ແລະ ວິສາຫະກິດ. ແຕ່ລະເຂດວາງສະແດງຖືກສະແດງວາງອອກດ້ວຍບັນດາຮູບເງົາ, ເອກະສານ, ວັດຖຸພັນ ປະກອບສ່ວນເຊີດຊູບັນດາຜົນງານພົ້ນເດັ່ນຂອງພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນຕະຫຼອດ 70 ປີຜ່ານມາ.