ງານວາງສະແດງພາບ ແຕ້ມເຢາະເຢີ້ຍ “ມຸ່ງໄປສູ່ທະເລ ຕາເວັນອອກ“
(ພາບ:thanhnien.com.vn)
(vovworld) – ງານວາງສະແດງພາບແຕ້ມເຢາະເຢີ້ຍ “ມຸ່ງໄປສູ່ທະເລຕາເວັນອອກ“ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 30/6 ຢູ່ຮ່າໂນ້ຍ ໂດຍສະມາຄົມວິຈິດສິນຫວຽດນາມ ຈັດຕັ້ງຂຶ້ນດ້ວຍພາບແຕ້ມ 80 ແຜ່ນຂອງຈິດຕະກອນ 35 ຄົນ. ບັນດາພາບແຕ້ມໄດ້ສະແດງໃຫ້ເຫັນແນວຄວາມຄິດທີ່ມີຫຼາຍຮູບຫຼາຍແບບ, ຮູບພາບເຢາະເຢີ້ຍ, ສຽງເວົ້າຄັດຄ້ານການກະທຳຂອງຈີນ ທີ່ໄດ້ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ. ບັນດາພາບແຕ້ມຍັງຂຸດຄົ້ນທ່າແຮງຂອງພາບແຕ້ມເຢາະເຢີ້ຍ, ແມ່ນສຽງເວົ້າສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຕຳນິຕິຕຽນບັນດາການກະທຳແຜ່ອຳນາດທີ່ມີລະບົບຂອງຈີນ. ຈິດຕະກອນ ລີຈຶກຢຸງ ແມ່ນໜຶ່ງໃນບັນດາຈິດຕະກອນນຳໜ້າໃນການແຕ້ມພາບເຢາະເຢີ້ຍ ໃຫ້ຮູ້ວ່າ:
“ຈິດຕະກອນແຕ້ມພາບເຢາະເຢີ້ຍ ແມ່ນນັກຮົບປະຈັນບານໃນແນວໂຮມວິຈິດສິນ. ໃນງານວາງສະແດງຄັ້ງນີ້, ມີຈິດຕະກອນຫຼາຍຄົນເຂົ້າຮ່ວມ, ບາງຄົນມີອາຍຸເຖິງ 85 ປີແລ້ວແຕ່ກໍ່ມີພາບແຕ້ມເຖິງ 20 ແຜ່ນ. ມີບາງຄົນບໍ່ທັນແຕ້ມພາບເຢາະເຢີ້ຍຈັກເທື່ອກໍ່ໄດ້ເຂົ້າຮ່ວມເຊັ່ນດຽວກັນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ທຸກຄົນລ້ວນແຕ່ແຕ້ມດ້ວຍຈິດໃຈຕື່ນຕົວ“
ພາຍຫຼັງງານວາງສະແດງພາບລະດົມ “ປົກປັກຮັກສາທະເລໝູ່ເກາະຂອງປະເທດຊາດ“, ງານວາງສະແດງວິຈິດສິນ “ມາຍັງເຈື່ອງຊາ”, ແລະ ງານວາງສະແດງພາບເຢາະເຢີ້ຍ “ມຸ່ງໄປສູ່ທະເລຕາເວັນອອກ“ ຄັ້ງນີ້, ສະມາຄົມວິຈິດສິນຫວຽດນາມ ຈະສົມທົບກັບກອງບັນຊາການທະຫານເຮືອ ຈັດງານວາງສະແດງຢູ່ຫາຍຟ່ອງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນທະຫານເຮືອກອງທັບປະຊາຊົນຫວຽດນາມ ຕີເອົາຊະນະຄັ້ງທຳອິດ (5/8/1964-5/8/2014), ຫຼັງຈາກນັ້ນຈະສືບຕໍ່ນຳມາວາງສະແດງຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ./.