ງານວາງສະແດງສາກົນ ແລະ ເວທີປາໄສສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ - ລັດເຊຍ
(VOVWORLD) -ງານວາງສະແດງສາກົນ ຫວຽດນາມ - ລັດເຊຍ ປີ 2019 ແລະ ເວທີປາໄສຊຸກຍູ້ການຄ້າ ແລະ ການລົງທຶນ ຫວຽດນາມ - ລັດເຊຍໄດ້ຈັດຕັ້ງໃນລະຫວ່າງວັນທີ 14 – 16 ພະຈິກ ຢູ່ ຮ່າໂນ້ຍ.
ງານວາງສະແດງສາກົນ ລະຫວ່າງ ຫວຽດນາມ - ລັດເຊຍ (ພາບ: TTXVN) |
ໂດຍເປັນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງ ປີ ຫວຽດນາມເຄື່ອນໄຫວຢູ່ລັດເຊຍ, ລັດເຊຍເຄື່ອນໄຫວຫວຽດນາມ ແລະ ສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລັດເຊຍເຊິ່ງໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ. ງານວາງສະແດງບໍ່ພຽງແຕ່ຈັດຂຶ້ນສະເພາະໃຫ້ແກ່ປະຊາຄົມວິສາຫະກິດສອງປະເທດເທົ່ານັ້ນ ຫາກຍັງເພື່ອໃຫ້ບັນດາວິສາຫະກິດທີ່ມາຈາກກຸ່ມອາຊຽນ ແລະ ສະຫະພັນ ເສດຖະກິດ ອາຊີ - ເອີລົບ ອີກດ້ວຍ, ບຸລິມະສິດສຸມໃສ່ເຂົ້າບັນດາຂົງເຂດຄື: ວັດສະດຸກໍ່ສ້າງ, ຂົນສົ່ງ, ພະລັງງານ… ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມໃຫ້ຮູ້ວ່າ:
ເວທີປາໄສ ແລະ ງານວາງສະແດງສາກົນຫວຽດນາມຄັ້ງນີ້ໄດ້ຮັບການຈັດຕັ້ງຂຶ້ນ ແມ່ນເຫດການຈຸດສຸມຂອງສອງຝ່າຍ. ຄາດວ່າມີການເຂົ້າຮ່ວມຂອງວິສາຫະກິດ ສະຫະພັນລັດເຊຍ 200 ແຫ່ງ ເຂົ້າຮ່ວມການເຄື່ອນໄຫວໃນຂົງເຂດທີ່ສຳຄັນຄືກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ການຄົມມະນາຄົມ, ພື້ນຖານໂຄງລ່າງ, ສາທາລະນະສຸກ, ການສຶກສາ…ຈະມາ ຫວຽດນາມ ແລະ ພ້ອມກັນປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດນີ້. ນີ້ແມ່ນການພົບທີ່ມີຂອບຂະໜາດໃຫຍ່.