ງານວາງສະແດງຮູບຖ່າຍສິລະປະດ້ວຍຫົວເລື່ອງ “ ອ້າຍທະຫານລຸງໂຮ່ - ບັນດາຜູ້ທີ່ດີງາມທີ່ສຸດ ”
|
(vovworld)- ຕອນເຊົ້າວັນທີ 14/12, ຢູ່ນະຄອນໂຮ່ຈິມິນ, ໄດ້ໄຂງານວາງສະແດງຮູບຖ່າຍສິລະປະດ້ວຍຫົວເລື່ອງ “ ອ້າຍທະຫານລຸງໂຮ່ - ບັນດາຜູ້ທີ່ດີງາມທີ່ສຸດ ” . ງານວາງສະແດງຮູບຖ່າຍສິລະປະດ້ວຍຫົວເລື່ອງ “ ອ້າຍທະຫານລຸງໂຮ່ - ບັນດາຜູ້ທີ່ດີງາມທີ່ສຸດ ” ລວມມີຮູບຖ່າຍສິລະປະກວ່າ 100 ແຜ່ນ ຊຶ່ງໄດ້ພັນລະນາກ່ຽວກັບຮູບພາບທີ່ມີຊີວິດຊີວ່າຂອງບັນດານັກຮົບບົນສະໜາມຮົບ ກໍຄື ຄວາມລຽບງ່າຍໃນຊີວິດປະຈຳວັນຂອງນັກຮົບ….ທ່ານພັນຕີ ໂງຟຸກຖ້ວນ ສັງກັດປ້ອມປ້ອງກັນຊາຍແດນ, ທ່າກຳປັ່ນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ :
“ ມາຊົມງານວາງສະແດງ, ຂ້າພະເຈົ້າດີໃຈ ແລະ ເອກອ້າງທະນົງໃຈຍ້ອນ ເປັນນັກຮົບຂອງກອງທັບປະຊາຊົນຫວຽດນາມ. ຂ້າພະເຈົ້າກໍເຫັນໄດ້ເຖິງຄວາມໝາຍຂອງວັນນີ້, ທຸກໆຄົນຕ້ອງມີຊີວິດ, ຕໍ່ສູ້, ອອກແຮງງານ, ຮ່ຳຮຽນຄືແນວໃດ ເພື່ອສົມກັບເປັນແບບຢ່າງຂອງຄົນລຸ່ນກ່ອນໆ, ບັນດາຜູ້ຄົນໄດ້ເສຍສະຫຼະເລືອດເນື້ອເພື່ອນຳມາເຊິ່ງການດຳລົງຊີວິດທີ່ອີ່ມໜຳສຳລານ ແລະ ຜາສຸກຄືວັນນີ້ ”