(vovworld) - ວັນທີ 24/06, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ສົມທົບກັນຄະນະກຳມະການປະຊາຊົນແຂວງ ຈ່າວິງ ຈັດງານວາງສະແດງແຜນທີ່ແລະເອກະສານ “ຮ່ວາງຊາ - ເຈື່ອງຊາຂອງຫວຽດນາມ - ບັນດາພະຍານຫຼັກຖານປະວັດສາດ ແລະ ນິຕິທຳ”. ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງຈ່າວິງ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ ໃຫ້ຮູ້ວ່າ, ບັນດາແຜນທີ່ ແລະ ເອກະສານທີ່ໄດ້ວາງສະແດງຢູ່ທີ່ນີ້ແມ່ນສ່ວນໜຶ່ງຂອງບັນດາພະຍານຫຼັກຖານປະຫວັດສາດ ແລະ ແມ່ນພື້ນຖານນິຕິທຳຢັ້ງຢືນຢັນອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ບັນດາກຸ່ມວັດຖຸເອກະສານຕົ້ນຕໍ່ໄດ້ນຳມາວາງສະແດງລວມມີ: ບັນດາເອກະສານພາສາຫວຽດເດີມ, ເອກະສານພາສາຫວຽດ ແລະ ຝລັ່ງ ໂດຍສະໄໝສັກດີນາ ແລະ ອຳນາດການປົກຄອງຝລັ່ງ ຢູ່ອິນດູຈີນ ຈາກສະຕະວັດທີ 17 ຫາຕົ້ນສະຕະວັດທີ 20 ໄດ້ຢັ້ງຢືນວິວັດການສ້າງຕັ້ງ, ປະຕິບັດ ແລະ ປົກປັກຮັກສາອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ… ນອກນັ້ນ, ງານວາງສະແດງຍັງວາງສະແດງແຜນທີ່ 65 ແຜນທີ່ພິສຸດໃຫ້ເຫັນອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ໂດຍຫວຽດນາມ, ຝ່າຍຕາເວັນຕົກປະກາດແຕ່ສະຕະວັດທີ 17 ມາຮອດປະຈຸບັນ.