ງານວາງສະແດງ “ພາບ ລະດົມໃນການຕໍ່ຕ້ານ ຕ້ານລ່າເມືອງຂຶ້ນຝະລັ່ງ 1946-1954“


ງານວາງສະແດງ “ພາບ ລະດົມໃນການຕໍ່ຕ້ານ ຕ້ານລ່າເມືອງຂຶ້ນຝະລັ່ງ 1946-1954“ - ảnh 1

(ພາບ: http://baotanglichsu.vn)

(vovworld)- ຕອນ​ເຊົ້າວັນ​ທີ 6/5, ງານວາງສະ​ແດງ “ພາບ​ລະດົມ​ໃນ​ການ​ຕໍ່ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນຝະລັ່ງ 1946-1954“ ​​ຖືກ​ໄຂ​ຂຶ້ນ​ຢູ່​ຫໍພິພິຕະພັນ​ປະຫວັດສາດ​ແຫ່ງ​ຊາດທີ່ຮ່າໂນ້ຍ. ມີ​ວັດຖຸ​ພັນ​ກ່ວາ 100 ຊິ້ນ, ​ໃນ​ນັ້ນ, ສ່ວນ​ຫຼາຍ​ແມ່ນ​ພາບ​ລະດົມ, ພາບ​ແຕ້ມ​ບົດ​ບັນທຶກຈຳນວນ​ໜຶ່ງ ​ແລະ ​ເຄື່ອງ​ທີ່​ລະນຶກຂອງ​ບັນດາ​ຈິດຕະກອນ ​ແລະ ວັດຖຸ​ພັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພິມ, ​ໂຄສະນາ​ໃນ​ໄລຍະ 1946-1954 ​ໄດ້​ນຳ​ມາແນະນຳ​ໃຫ້​ແກ່​ຜູ້​ຊົມ.

   ຜ່ານ​ບັນດາ​ວັດຖຸ​ພັນທີ່​​ໄດ້​ນຳ​ມາແນະນຳ​ໃນ​ງານ​ວາງສະ​ແດງ​ຄັ້ງນີ້, ຫໍພິພິຕະພັນ​ປະຫວັດສາດ​ແຫ່ງ​ຊາດປາດ​ຖະໜາ​ວ່າ, ​ຜູ້​ຊົມຈະ​ມີ​ຄວາມ​ເຂົ້າ​ໃຈ​ບັນດາ​ຄຸນຄ່າດ້ານ​ປະຫວັດສາດ, ວັດທະນະທຳ, ສິລະ​ປະຂອງພາບ​ລະດົມ​ຫວຽດນາມ ໃນ​ໄລຍະ 1946-1954 ຫຼາຍກ່ວາອີກ, ປະກອບສ່ວນ​ບຸກລຸກ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ​ຫວຽດນາມ, ກ່ຽວ​ກັບ​ພັກ ​ແລະ ພາລະກິດ​ການ​ປະຕິວັດ​ຂອງ​ປະຊາຊົນ​ຫວຽດນາມ, ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຕັດສິນ​ໃຈ​ສູ້​ຮົບ​ຍາດ​ເອົາ​ໄຊຊະນະ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ./.

ຂ່າວ/ບົດ​ອື່ນ