ງານໂອ້ລົມສົນທະນາ ”ຜູ້ເສັງໄດ້ທີໜຶ່ງກັບທະເລໝູ່ເກາະບ້ານເກີດເມືອງນອນ”

ງານໂອ້ລົມສົນທະນາ ”ຜູ້ເສັງໄດ້ທີໜຶ່ງກັບທະເລໝູ່ເກາະບ້ານເກີດເມືອງນອນ” - ảnh 1
ກອງບັນຊາການທະຫານເຮືອເຂດ 1 ມອບຂອງຂວັນໃຫ້ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ
(ພາບ: baomoi.com)

(vovworld) – ວັນ​ທີ 16/8, ຢູ່​ນະຄອນ ຫາຍ​ຝ່ອງ, ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັບ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 1 ​ໄດ້​ຈັດ​ຈັ້ງການ​ໂອ້​ລົມ​ສົນທະນາ ”ຜູ້​ເສັງ​ໄດ້​ທີ​ໜຶ່ງ​ກັບ​ທະ​ເລ​ໝູ່​ເກາະ​ບ້ານ​ເກີດ​ເມືອງ​ນອນ”. ທີ່ການ​ໂອ້​ລົມ​ສົນທະນາ, ບັນດາ ຜູ້​ເສັງ​ໄດ້​ທີ​ໜຶ່ງ​ໄດ້​ຮັບ​ຟັງ​ຂໍ້​ມູນຂ່າວ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ຜ່ານ​ມາ; ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ກັບ​ບັນດາ​ພະນັກງານ, ນັກຮົບ​ທະຫານ​ເຮືອ​ເຂດ 1, ຊອກ​ຮູ້​ຂໍ້​ມູນ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ ​ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ໄວ​ໜຸ່ມ​ໃນ​ການ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ.

        ນະ​ທີ່​ນີ້, ​ເລຂາ​ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ, ນາງ ຫງວຽນ​ທິງ່າ, ​ໃຫ້​ຮູ້​ວ່າ:

        “ຜ່ານ​ການ​ເຄື່ອນ​ໄຫວ​ພວກ​ເພື່ອນ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ອະທິປະ​ໄຕທະ​ເລ​ໝູ່​ເກາະ ​ແລະ ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ບັນດາ​ຜູ້​ທີ່​ພວມ​ປະຕິບັດ​ໜ້າ​ທີ່​​ແສນ​ສະຫງ່າ​ນີ້​. ຄວາມ​ປາດ​ຖະໜາ​ຂອງ​ຄະນະ​ປະຈຳ​ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ບໍ່​ພຽງ​ແຕ່​ສຳລັບຜູ້​ເສັງ​ໄດ້​ທີ​ໜຶ່ງ​ເວົ້າ​ສະ​ເພາະ ​ຫາກໄວ​ໜຸ່ມ​ນະຄອນຫຼວງ​ເວົ້າ​ລວມ ​ແມ່ນ​ຍົກ​ສູງ​ຄວາມ​ຮັບຜິດຊອບ ​ແລະ ພັນທະ​ຂອງ​ຕົນ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ບັນດາ​ໜ້າ​ທີ່​ເຊິ່ງຕົນ​ໄດ້​ຮັບ​ມອບ​ໝາຍ “.

 

ຂ່າວ/ບົດ​ອື່ນ