ພາບປະກອບ
|
(vovworld) – ວັນທີ 13/10, ຢູ່ເມືອງ ເດີນເຢືອງ, ແຂວງເລີມດົ່ງ, ສູນປ້ອງກັນ, ຕ້ານບັນດາພະຍາດສັງຄົມ ເລີມດົ່ງ ແລະ ສູນສາທາລະນະສຸກເມືອງ ເດີນເຢືອງ ໄດ້ສົມທົບກັນຈັດຕັ້ງງານໂຮມຊຸມນຸມຕອບສະໜອງວັນສຳພັດດ້ວຍຕາສາກົນ 13/10. ທີ່ພິທີ, ຜູ້ຕາງໜ້າຂະແໜງສາທາລະນະສຸກໄດ້ໂຄສະນາເຜີຍແຜ່ກ່ຽວກັບສະພາບຄົນຕາບອດ ແລະ ບັນດາພະຍາດກ່ຽວກັບຕາໃນໂລກກໍ່ຄືຢູ່ ຫວຽດນາມ, ວິທີປ້ອງກັນຕ້ານພະຍາດຕາບອດ ແລະ ບັນດາພະຍາດກ່ຽວກັບຕາ. ຫົວຂໍ້ຂອງວັນສຳພັດດ້ວຍຕາສາກົນປີນີ້ແມ່ນ “ເພື່ອຮັກສາດວງຕາ, ບໍ່ຄວນນຳໃຊ້ບັນດາອຸປະກອນເອເລັກໂຕນິກໃນເວລາເກີນ 45 ນາທີຢ່າງລຽນຕິດ”.
ເນື່ອງໃນໂອກາດນີ້, ສູນປ້ອງກັນ, ຕ້ານພະຍາດສັງຄົມແຂວງ ເລີມດົ່ງ ແລະ ສູນສາທາລະນະສຸກເມືອງ ເດີນເຢືອງ ໄດ້ຈັດຕັ້ງການກວດ, ສະໜອງຢຸກຢາໂດຍບໍ່ຕ້ອງເສຍຄ່າໃຫ້ຄົນເຈັບທີ່ເປັນພະຍາດກ່ຽວກັບຕາກ່ວາ 200 ຄົນ.