(vovworld) - ຕອນເຊົ້າວັນທີ 02/07, ຢູ່ນະຄອນໂຮ່ຈິມິນ, ຄະນະກຳມະການປະຊາຊົນນະຄອນ ໄດ້ຈັດຕັ້ງງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ການາດາ ແລະ 146 ປີແຫ່ງວັນສະຖາປະນາ ການາດາ. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເຮື໋ອງວກທ້ວນ ໃຫ້ຮູ້ວ່າ, ຜ່ານໄລຍະ 4 ທົດສະວັດຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ, ໝັ້ນຄົງ ແລະ ຍາວນານ ລະຫວ່າງຫວຽດນາມ ແລະ ການາດາ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ການພົວພັນດ້ານການເມືອງຮັບຜົນງານດີ ໄດ້ສ້າງທ່າແຮງໃຫ້ແກ່ການເຕີບໂຕດ້ານເສດຖະກິດ. ໄລມາຮອດປະຈຸບັນ, ການາດາ ມີ 50 ໂຄງການລົງທຶນຢູ່ນະຄແນໂຮ່ຈິມິນ, ດ້ວຍຍອດຈຳນວນທຶນ 91,5 ລ້ານ USD, ຈຳນວນນັກທ່ອງທ່ຽວ ການາດາ ມະຢ້ຽມຢາມນະຄອນເພີ່ມຂຶ້ນແຕ່ລະປີ. ກ່າງຄຳເຫັນທີ່ພິທີ, ທ່ານ Audri Mukhopadhyay, ຫົວໜ້າກົງສູນໃຫຍ່ ການາດາ ປະຈຳນະຄອນໂຮ່ຈິມິນ ແບ່ງປັນວ່າ.
“ຢູ່ນະຄອນໂຮ່ຈິມິນ, ພວກຂ້າພະເຈົ້າມີປະຊາຄົມນ້ອຍໆ ແຕ່ມີການຂະຫຍັນຂັນເຄື່ອນເຊິ່ງລວມຊາວການາດາມີ 2.000 ຄົນ. ຂີດໝາຍໃນການດຳເນີນສັງຄົມຂອງພວກຂ້າພະເຈົ້າແມ່ນແລ່ນ Terry Fox, ແມ່ນຂໍ້ລິເລີ່ມເພື່ອການກຸສົນໄດ້ຈັດຂຶ້ນປະຈຳປີ, ສ້າງຄວາມເຊື່ອມຕໍ່ລະຫວ່າງປະຊາຄົມໂລກກັບຫວຽດນາມ. ສະຫະພັນບັນດາອົງການມິດຕະພາບນະຄອນກໍແມ່ນຄູ່ຮ່ວມມືສຳຄັນ ເພື່ອຍູ້ແຮງຄວາມສາມັກຄີລະຫວ່າງ 2 ປະເທດ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈກ່ຽວກັບການປະກອບສ່ວນນີ້ ໃຫ້ແກ່ການພົວພັນລະຫວ່າງມະນຸດຂອງ 2 ປະເທດ.”