ງານໂຮມຊຸມນຸມສະເຫຼີມສະຫຼອງແຫ່ງວັນວຽກງານສັງຄົມໂລກຄັ້ງທີ 17 ຢູ່ຮ່າໂນ້ຍ

ງານໂຮມຊຸມນຸມສະເຫຼີມສະຫຼອງແຫ່ງວັນວຽກງານສັງຄົມໂລກຄັ້ງທີ 17 ຢູ່ຮ່າໂນ້ຍ - ảnh 1
(ງານໂຮມຊຸມນຸມສະເຫຼີມສະຫຼອງແຫ່ງວັນ
ວຽກງານສັງຄົມໂລກຄັ້ງທີ 17 ຢູ່ຮ່າໂນ້ຍ)


(vovworld) ​​- ​ຫົວ​ຂໍ້​ຂອງ​ງານ​ໂຮມ​ຊຸມນຸມໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/11 ​ແມ່ນ “ວຽກ​ງານ​ສັງຄົມ​ຫວຽດນາມ-​ຢືນຢັນ ​ແລະ ພັດທະນາ”. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຫວູຈ້ອງ​ກິມ, ຮອງ​ປະທານ​ທັງ​ເປັນ​ເລຂາທິການ​​ໃຫຍ່ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ເນັ້ນ​ໜັກ​ວ່າ: ​ໃນ​ທ່າ​ອຽງພັດທະນາ​ລວມຂອງ​ໂລກ, ວຽກ​ງານ​ສັງຄົມ​ຢູ່​ຫວຽດນາມ ​ໄດ້​ສະ​ແດງ​ບົດບາດ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົ​ມທີ່​ໄດ້​ວາງ​ອອກ​ໃນ​ວິວັດ​ການ​ພັດທະນາ​ປະ​ເທດ​ຊາດ. ປະຈຸ​ບັນ, ວຽກ​ງານ​ສັງຄົມ​ໄດ້​ກາຍ​ເປັນ​ອາຊີບ​ວິຊາ​ການ, ມີ​ບົດບາດ​ສຳຄັນ​. ທ່ານ​ຫວູຈ້ອງ​ກິມ ​ໄດ້​ສະ​ເໜີວ່າ:

     ບັນດາ​ຮາກ​ຖານ​ບຳລຸງ​ສ້າງ, ຄົ້ນ​ຄ້ວາ​ຄວນ​ຈັດ​ຕັ້ງ​ການ​ຄົ້ນ​ຄ້ວາ​ວິທະຍາສາດ ​ເພື່ອ​ຄົ້ນ​ຄ້ວາ​ຮູບ​ແບບ​ຈັດ​ຕັ້ງ​ວຽກ​ງານ​ສັງຄົມ; ປັບປຸງລະບົບ​ກົດໝາຍ, ກົນ​ໄກ​  ນະ​ໂຍບາຍ, ສ້າງ​​​ເອກະສານ​ນິຕິ​ກຳໃຫ້ການ​ພັດທະນາ​ອາ​ຊີບວຽກ​ງານສັງຄົມ.     ສະ​ເໜີ​ໃຫ້​ບັນດາ​ແຂວງ, ນະຄອນ​ສ້າງ​ແຜນການ​ຜັນ​ຂະຫຍາຍ​ແຜນ​ຮ່າງ, ​ເປັນ​ເຈົ້າ​ການ​ຊັບຊ້ອນ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ວຽກ​ງານ​ສັງຄົມ; ກຳ​ນົດການ​ພັດທະນາ​ອາຊີບ​ວຽກ​ງານ​ສັງຄົມ ​ແມ່ນ​ເນື້ອ​ໃນ​ຂອງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ