ພາບປະກອບ:internet
|
(vovworld)- ເພື່ອໃຫ້ເດັກຖືກພະຍາດທີ່ພວມປິ່ນປົວໃນໂຮງໝໍໄດ້ຮັບບຸນໄຫວ້ພະຈັນຢ່າງເບິກບານມ່ວນຊື່ນ, ໂຮງໝໍເດັກສູນກາງ ໄດ້ສົມທົບກັບບັນດານັກອຸປະຖຳ ຈັດຕັ້ງລາຍການ “ບຸນໄຫວ້ພະຈັນເຕັມໄປດ້ວຍຄວາມຮັກແພງ” ດ້ວຍ ການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍສະຫງວນໃຫ້ແກ່ເດັກນ້ອຍ ເພື່ອປະກອບສ່ວນຫລຸດຜ່ອນຄວາມເຈັບປວດຈາກພະຍາດລົງສ່ວນໃດຫນຶ່ງ. ໃນລາຍການດັ່ງກ່າວ ເດັກແຕ່ລະຄົນໄດ້ຮັບຂອງຂວັນຫນຶ່ງພູດ, ນອກນັ້ນພວກນ້ອງຍັງໄດ້ຮັບຊົມລາຍການສິລະປະ ໂດຍບັນດານັກສິລະປິນສະແດງດ້ວຍຄວາມຢ່າງສະໝັກໃຈ.
ຕອນຄຳ່ວັນດຽວກັນ ແຂວງ ຫວີງລອງ, ແຂວງ ກອນຕູມ, ນະຄອນ ຟານທຽດ ກໍໄດ້ຈັດງານບຸນໄຫວ້ພະຈັນໃຫ້ເດັກນ້ອຍ. ແຂວງ ຫວີງລອງໄດ້ຫັກງົບປະມານກວ່າ 120 ລ້ານດົ່ງ ເພື່ອມອບຂອງຂວັນ ແລະ ຈັດລາຍການຕ້ອນຮັບບຸນໄຫວ້ພະຈັນໃຫ້ແກ່ເດັກນ້ອຍທຸກຍາກຢູ່ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ ນັບ 3.900 ຄົນ. ສ່ວນແຂວງກອນຕູມ ກໍໄດ້ຫັກງົບປະມານ 85,5 ລ້ານດົ່ງເພື່ອຈັດຕັ້ງງານບຸນໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກພິເສດ.