(vovworld) - ຕອນຄໍ່າວັນທີ 08/01, ຢູ່ຫໍວັດທະນະທຳຊາວໜຸ່ມນະຄອນໂຮ່ຈິມິນ ໄດ້ດຳເນີນພິທີຍ້ອງຍໍ “ນັກຮຽນຕັ້ງໜ້າ 3 ຢ່າງ” ໃນສົກຮຽນ 2013 – 2014 ໃຫ້ 56 ຄົນ. ນັກຮຽນ 56 ຄົນທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ແມ່ນບັນດານັກຮຽນທັງຮຽນເກັ່ງ, ທັງຕັ້ງໜ້າຝືກຝົນຫຼໍ່ຫຼອມ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ. ຕາມຄະນະຊາວໜຸ່ມນະຄອນໂຮ່ຈິມິນແລ້ວ, ຂະບວນການແຂ່ງຂັນ “ນັກຮຽນຕັ້ງໜ້າ 3 ຢ່າງ” ແມ່ນຕັ້ງໜ້າຮໍ່າຮຽນ; ຕັ້ງໜ້າຫຼໍ່ຫຼອມຄຸນສົມບັດ, ວິຖີຊີວິດ; ຕັ້ງໜ້າແອບກາຍ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ. ຂະບວນການດັ່ງກ່າວໂດຍຄະນະຊາວໜຸ່ມນະຄອນ ແລະ ພະແນກສຶກສາ ແລະ ບຳລຸງສ້າງນະຄອນສົມທົບກັນຈັດຕັ້ງນັ້ນນັບແຕ່ປີ 2011.
ແລະກໍ່ໃນຕອນຄໍ່າວັນທີ 08/01, ສະມາຄົມນັກສຶກສານະຄອນດ່ານັ້ງ ໄດ້ຈັດພິທີສະເຫຼີມສະຫຼອງ 64 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ມອບລາງວັນນັກສຶກສາ “5 ດີ”. ໃຫ້ນັກສຶກສາທີ່ດີເດັ່ນ ໃນນັ້ນມີນັກສຶກ 9 ຄົນໄດ້ຮັບນາມມະຍົດນັກສຶກສາ “5 ດີ” ຂັ້ນສູນກາງໃນສົກຮຽນ 2012 – 2013, ນັກສຶກສາ 64 ຄົນໄດ້ຮັບນາມມະຍົດນັກສຶກສາ “5 ດີ” ລະດັບນະຄອນ ແລະ ນັກສຶກສາ 13 ຄົນໄດ້ຮັບລາງວັນ “ດາວເດືອນຈຽງ” ສົກຮຽນ 2013 – 2014.