(vovworld) – ຕອນຄ່ຳວັນທີ 6/4, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ສົມທົບກັບສະຖານທູດບັນດາປະເທດ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ປະຈຳຫວຽດນາມ ໄດ້ຈັດຕັ້ງລາຍການພົບປະມິດຕະພາບ “ອວຍພອນບຸນປີໃໝ່ປະຈຳຊາດ 4 ປະເທດ“. ທ່ານ Dao Van Binh, ປະທານສະຫະພັນບັນດາອົງການມິດຕະພາບຮ່າໂນ້ຍ ໄດ້ຝາກຄຳອວຍພອນປີໃໝ່ເຖິງຄອບຄົວ, ເພື່ອນມິດ ແລະ ປະຊາຊົນຢູ່ບ້ານເກີດເມືອງນອນຂອງພວກເພື່ອນ ຈົ່ງມີແດ່ສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ. ບັນດາຜູ້ແທນພ້ອມກັນຮ່ວມພິທີມັດແຂນບາລີສຸຂັວນ, ສົງນ້ຳພະພຸດທະຮູບ, ຫົດນ້ຳຂໍຄວາມສຸກ ແລະ ໄດ້ຮັບຊົມບັນດາລາຍການເພງໂດຍນັກສີລະປິນຫວຽດນາມ, ພະນັກງານສະຖານທູດ ແລະ ນັກສຶກສາບັນດາປະເທດນີ້ສະແດງ. ນອກນັ້ນ ບັນດາຜູ້ແທນຍັງໄດ້ຮັບປະທານບັນດາເຍື່ອງອາຫານຂອງຮ່າໂນ້ຍ ແລະ ບັນດາເຍື່ອງອາຫານພື້ນເມືອງໂດຍພະນັກງານສະຖານທູດລາວ, ໄທ, ກຳປູເຈຍ, ມຽນມາ ປຸງແຕ່ງເອງ.