(ພາບປະກອບ)
(vovworld) – ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ເຫັນດີການຈັດຕັ້ງພິທີສະເຫຼີມສະຫຼອງວັນກົດໝາຍປີ 2014 ແລະ ປຸກລະດົມການເສັງຂຽນ “ຊອກຮູ້ລັດຖະທຳມະນູນປະເທດສາທາລະນະລັດ, ສັງຄົມນິຍົມຫວຽດນາມ” ໃນວັນທີ 06/11/2014. ຕາມກະຊວງຍຸຕິທຳແລ້ວ, ການຈັດຕັ້ງວັນກົດໝາຍ ແມ່ນເພື່ອແນໃສ່ເຊີດຊູລັດຖະທຳມະນູນ, ກົດໝາຍ, ການສຶກສາເຄົາລົບກົດໝາຍໃນໝູ່ປະຊາຊົນທຸກຊັ້ນວັນນະ. ເລື່ອງຈັດຕັ້ງວັດກົດໝາຍ ເມື່ອເດືອນ 11/2013 ໄດ້ກາຍເປັນເຫດການການເມືອງ - ກົດໝາຍໃຫຍ່ຂອງປະເທດຊາດ, ໄດ້ດຶງດູດຄວາມສົນໃຈ, ຕອບສະໜອງຂອງທົ່ວສັງຄົມຢ່າງກວ້າງຂວາງ. ປີ 2014 ແມ່ນປີທຳອິດຜັນຂະຫຍາຍການປະຕິບັດລັດຖະທຳມະນູນ ປີ 2013, ເປັນລັດຖະທຳມະນູນຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.