ຈິດຕະກອນ 6 ທ່ານແນະນຳບັນດາພາບແຕ້ມເກົ່າໃນງານວາງສະແດງ “ສ່ວນຕົວ”

(VOVWORLD) -ງານວາງສະແດງ “ສ່ວນຕົວ” ໄດ້ວາງສະແດງກວ່າ 100 ພາບແຕ້ມເຊິ່ງແມ່ນບັນດາພາບແຕ້ມເກົ່າຂອງກຸ່ມຈິດຕະກອນ 6 ຄົນ, ຖືກໄຂຂຶ້ນໃນວັນທີ 11 ສິງຫາ, ຢູ່ຫໍພິພິທະພັນວິຈິດສິນຫວຽດນາມ, ທີ່ຮ່າໂນ້ຍ.

ບັນດາພາບແຕ້ມໄດ້ວາງສະແດງທີ່ງານນີ້ແມ່ນບັນດາພາບແຕ້ມເກົ່າທີ່ຍັງບໍ່ທັນໄດ້ມີການເຜີຍພາບອອກສູ່ພາຍນອກຂອງນັກແຕ້ມຮູບ 6 ທ່ານແມ່ນ: ວູ໋ຕ໊ວນຢຸງ, ດິງຕ໊ວນຮ່ວາງ, ວູ໋ເລີມ, ຟານຕ໊ວນງອັກ, ຫງວຽນແທັງ, ຟ້າມຕ໊ວນຕູ໊. ບັນດາພາບແຕ້ມກໍ່ລ້ວນແຕ່ຖືກແຕ້ມດ້ວຍ ສີນ້ຳມັນ, ສີຂັດມັນ, acrylic… ຕະຫຼອດຮອດແປ້ງສີ, ນ້ຳມຶກຂອງຈີນ.

        ງານວາງສະແດງດັ່ງກ່າວຈະເປີດປະຕູແຕ່ວັນທີ 11 – 16 ສິງຫາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ