ຈີນຍົກ10ຂໍ້ລິເລີ່ມກ່ຽວກັບການຮ່ວມມືກັບອາຊຽນ

ຈີນຍົກ10ຂໍ້ລິເລີ່ມກ່ຽວກັບການຮ່ວມມືກັບອາຊຽນ - ảnh 1
(ພາບປະກອບ)

(vovworld) - ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫວາງ​ຢີ ​ໄດ້​ຍົກອອກ 10​ ຂໍ້​ສະ​ເຫນີ​ໃຫມ່ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ກັບ​ອາ​ຊຽນ. ວັນ​ທີ 6/8, ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - ຈີນ, ທີ່​ດຳ​ເນີນ​ຢູ່​ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ, ທ່ານ ຫວາງ​ຢີ ​ໃຫ້​ຮູ້​ວ່າ, ຈີນ​ຢາກ​​ຍົກ10​ ຂໍ້​ລິ​ເລີ່​ມ​ໃໝ່ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ. ​ໃນ​ຈຳນວນ​ຂໍ້​ສະ​ເໜີ​ນີ້, ໜ້າ​ເອົາ​ໃຈ​ໃສ່​ແມ່ນ​ຂໍ້​ສະ​ເໜີ​ວາງ​ແຜນການ​ດຳ​ເນີນ​ງານ 2016-2020 ​ເພື່ອ​ແນ​ໃສ່​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ເພື່ອ​ສັນຕິພາບ ​ແລະ ຄວາມວັດ​ທະນາ​ຖາວອນ ອາ​ຊຽນ - ຈີນ, ​ເນັ້ນ​ໜັກ​ເຖິງ​ລັກສະນະ​ທັນ​ສະ​ໄໝ, ຮອບດ້ານ ​ແລະ ​ແງ່​ຫວັງ,ພ້ອມ​ທັງ​ຂຸດ​ຄົ້ນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່. ຈີນ​ຖື​ວ່າ, ສອງ​ຝ່າຍ​ຄວນ​ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຜ່ານ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ, ຮັກສາ​ສັນຕິພາບ ​ແລະ ຊຸກຍູ້​ການ​ຮ່ວມ​ມື ​ເພື່ອບັນລຸ​ຜົນງານ​ລວມ.

ຂ່າວ/ບົດ​ອື່ນ