ຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດທະເລຂອງຫວຽດນາມ
ພາບ:internet
|
(vovworld)-ຕອນເຊົ້າວັນທີ 15/5 ຢູ່ ຮ່າໂນ້ຍ, ບໍລິສັດໃຫຍ່ຕັດຫຍິບ 10 ໄດ້ຈັດຕັ້ງງານຊຸມນຸມມິດຕິງຄັດຄ້ານການກະທຳຂອງຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດທະເລຂອງຫວຽດນາມ. ມີພະນັກງານ, ກຳມະກອນກວ່າ 10.000 ຄົນໄດ້ບໍລິຈາກເງິນເດືອນມື້ຫນຶ່ງເພື່ອສະຫນັບສະຫນູນບັນດາພະນັກງານພວມປະຕິບັດຫນ້າທີ່ຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ.
ໃນວັນດຽວກັນ, ສະມາຄົມອະດີດຊາວຫນຸ່ມຕະລຸມບອນຫວຽດນາມ ແລະ ສະມາຄົມທີ່ເປັນມູນເຊື້ອ ເຈື່ອງເຊີນ(ສາຍພູຫລວງ)- ເສັ້ນທາງໂຮ່ຈິມິນ ຫວຽດນາມ ໄດ້ອອກຖະແຫລງການຢືນຢັນ ຮ່ວມແຮງຮ່ວມໃຈກັບທົ່ວກອງທັບ, ທົ່ວປວງຊົນ, ເດັດດ່ຽວຮຽກຮ້ອງຈີນ ຕ້ອງຖອນຮ້ານເຈາະນ້ຳມັນ ແລະ ກຳປັ່ນປ້ອງກັນ, ກຳປັ່ນທະຫານອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ. ສ່ວນປະຊາຄົມຊາວຫວຽດນາມ ອາໄສຢູ່ ມາເລເຊຍ ໄດ້ອອກຖະແຫລງການ ໝັ້ນໝາຍພ້ອມກັບປະຊາຊົນໃນທົ່ວປະເທດ ແບ່ງເບົາຄວາມຫຍຸ້ງຍາກກັບຕຳຫລວດປ້ອງກັນທະເລ, ກຳລັງກວດກາການຫາປາ ແລະ ຊາວປະມົງຫວຽດນາມ ພວມປະຕິບັດຫນ້າທີ່ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ.
ແລະກໍໃນວັນດຽວກັນ, ສະມາຄົມມິດຕະພາບ ແລະ ຮ່ວມມື ຫວຽດນາມ - ອາຊຽນ ໄດ້ອອກຖະແຫລງການ ເດັດດ່ຽວຄັດຄ້ານການກະທຳຂອງຈີນ, ຮຽກຮ້ອງຝ່າຍຈີນ ຖອນຮ້ານເຈາະນ້ຳມັນ ແລະ ບັນດາພາຫະນະຄຸ້ມຊູອອກຈາກເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ. ຖະແຫລງການ ຢືນຢັນ ສະຫນັບສະຫນູນເລື່ອງດຳເນີນການເຈລະຈາເພື່ອແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິ, ບົນພື້ນຖານກົດໝາຍສາກົນ.