ຈີນບໍ່ຕັ້ງເປົ້າໝາຍການເຕີບໂຕເສດຖະກິດໃຫ້ປີ 2020

(VOVWORLD) -ຕອນເຊົ້າວັນທີ 22 ພຶດສະພາ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຊຸດທີ 13 ໄດ້ໄຂຂຶ້ນຢ່າງເປັນທາງການ, ພາຍຫຼັງທີ່ໂຈະໄວ້ມາເປັນເວລາ 2 ເດືອນເຄິ່ງ ຍ້ອນໂລກລະບາດໂຄວິດ-19.
ຈີນບໍ່ຕັ້ງເປົ້າໝາຍການເຕີບໂຕເສດຖະກິດໃຫ້ປີ 2020 - ảnh 1

ເປີດສາກກອງປະຊຸມ, ບັນດາການນຳພັກ, ລັດ, ລັດຖະບານ ແລະ ສະມາຊິກສະພາແຫ່ງຊາດຈີນ ທີ່ເຂົ້າຮ່ວມກອງປະຊຸມໄດ້ກົ້ມຫົວໄວ້ອາໄລຕໍ່ດວງວິນຍານຂອງຜູ້ຖືກເຄາະຮ້າຍຈາກໂລກລະບາດໂຄວິດ-19 ເປັນເວລາ 1 ນາທີ.

        ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ໄດ້ນຳສະເໜີ “ບົດລາຍງານວຽກງານລັດຖະບານ” ໃນນັ້ນໄດ້ຢືນຢັນວ່າ, ຈີນ ບັນລຸໄດ້ “ຜົນງານຍຸດທະສາດສຳຄັນ” ໃນການຕໍ່ສູ້ຕ້ານໂລກລະບາດ, ເຖິງຢ່າງໃດກໍ່ຕາມ ຕໍ່ໜ້າ “ສະພາບຊຸດໂຊມຢ່າງຮ້າຍແຮງ” ຂອງພື້ນຖານເສດຖະກິດໂລກ ຍ້ອນໂລກລະບາດກໍ່ຂຶ້ນນັ້ນ, ການພັດທະນາຂອງຈີນ ພວມປະເຊີນໜ້າກັບບັນດາ “ຄວາມສ່ຽງທ້າທາຍທີ່ບໍ່ເຄີຍມີມາກ່ອນ” ໃນໄລຍະປະຈຸບັນ ແລະ ໃນໄລຍະຈະມາເຖິງ.

        ນີ້ແມ່ນຄັ້ງທຳອິດທີ່ລັດຖະບານຈີນ ບໍ່ຕັ້ງເປົ້າໝາຍເຕີບໂຕລະອຽດຂອງພື້ນຖານເສດຖະກິດໃນປີ ພາຍຫຼັງເປັນເວລາຫຼາຍປີ. ເມື່ອອະທິບາຍກ່ຽວກັບສິ່ງດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າບໍ່ຍົກອອກເປົ້າໝາຍລະອຽດກ່ຽວກັບລະດັບເຕີບໂຕເສດຖະກິດໃນປີນີ້, ຕົ້ນຕໍແມ່ນຍ້ອນບໍ່ສາມາດກຳນົດສະພາບການໂລກລະບາດທົ່ວໂລກໄດ້,  ການພັດທະນາຂອງຈີນ ພວມປະເຊີນໜ້າກັບບັນດາປັດໃຈຍາກທີ່ຈະຄາດຄະເນໄດ້.”

        ກອງປະຊຸມຄັ້ງນີ້ຈະຖືກດຳເນີນໃນເວລາ 7 ວັນ, ແທນທີ່ຈະດຳເນີນໃນເວລາ 10 ວັນຄືທຸກປີ.

ຕອບກັບ

ຂ່າວ/ບົດ​ອື່ນ