ຈີນມີປະຕິກິລິຍາຕໍ່ເລື່ອງຍີ່ປຸ່ນສ້າງແວບໄຊກ່ຽວກັບໝູ່ເກາະຂັດແຍ້ງ
(ພາບອີນເຕີແນດ)
(vovworld) – ການຂັດແຍ້ງອະທິປະໄຕລະຫວ່າງຈີນ ແລະ ຍີ່ປຸ່ນ ສຳລັບໝູ່ເກາະເຊິ່ງຈີນ ເອີ້ນວ່າ ຕຽວອີ, ສ່ວນຍີ່ປຸ່ນ ເອີ້ນວ່າ Senkaku ໄດ້ປະກົດມີການຜັນແປເຄັ່ງຕຶງໃໝ່ຫຼາຍຢ່າງ. ພ້ອມກັບເລື່ອງສົ່ງບັນດາກຳປັ່ນປະຕິບັດກົດໝາຍເຂົ້າເຂດທະເລອ້ອມແອ້ມໝູ່ເກາະ ຕຽວອີ/Senkaku ນັ້ນ, ຝ່າຍຈີນ ຍັງມີປະຕິກິລິຍາຢ່າງແຮງ ກ່ຽວກັບເລື່ອງຍີ່ປຸ່ນ ສ້າງແວບໄຊສະເພາະກ່ຽວກັບໝູ່ເກາະພວມເກີດການຂັດແຍ້ງກັນດັ່ງກ່າວ.
ວັນທີ 29/08, ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ໄດ້ຢ້ຳຄືນຫຼັກໝັ້ນຂອງປະເທດນີ້ໂດຍຖືວ່າ ຈີນ ມີອະທິປະໄຕ “ທີ່ບໍ່ອາດໂຕ້ຖຽງກັນໄດ້” ສຳລັບໝູ່ເກາະພວມຂັດແຍ້ງກັນດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ຍີ່ປຸ່ນ ຢຸດຕິທຸກການກະທຳ ເຊິ່ງຈີນ ເອີ້ນວ່າ “ທະທ້າຍ” ແລະ “ກໍຄວາມເສຍຫາຍເຖິງອະທິປະໄຕຂອງຈີນ”. ກ່ອນໜ້ານັ້ນ, ຝ່າຍ ຍີ່ປຸ່ນ ໄດ້ສ້າງຕັ້ງໜ້າແວບ ໃນແວບໄຊທາງການຂອງລັດຖະບານຍີ່ປຸ່ນ ກ່ຽວກັບໝູ່ເກາະພວມຂັດແຍ້ງກັນ Senkaku. ລັດຖະບານຍີ່ປຸ່ນ ໄດ້ລົງເອກະສານ 200 ສະບັບໃນແວບໄຊ ແລະ ໃຫ້ຮູ້ວ່າ ໄດ້ເຕົ້າໂຮມເອກະສານກ່ຽວຂ້ອງອື່ນໆກວ່າ 1500 ສະບັບ, ທີ່ພວມແປເປັນພາສາອັງກິດ ແລະ ຈະລົງໃນແວບໄຊດັ່ງກ່າວຕາມລຳດັບ.