ຈີນວາງເງື່ອນໄຂກັບອາເມລິກາເພື່ອກໍ່ກຳລັງດັນຕໍ່ສປປ.ເກົາຫຼີ

(VOVWORLD)-ຈີນໄດ້ຮຽກຮ້ອງໃຫ້ອາເມລິກາ ປົດຕຳແໜ່ງຜູ້ບັນຊາການກອງບັນຊາການປາຊີຟິກ, ພົນເຮືອເອກ Harry Harris, ເພື່ອແລກເອົາເລື່ອງກໍ່ກຳລັງດັນຕໍ່ສປປ.ເກົາຫຼີ 

(vovworld) - ຈີນໄດ້ຮຽກຮ້ອງໃຫ້ອາເມລິກາ ປົດຕຳແໜ່ງຜູ້ບັນຊາການກອງບັນຊາການປາຊີຟິກ, ພົນເຮືອເອກ Harry Harris, ເພື່ອແລກເອົາເລື່ອງກໍ່ກຳລັງດັນຕໍ່ສປປ.ເກົາຫຼີ ໃນສະພາບຫາງສຽງມີຄວາມວິຕົກກັງວົນກ່ຽວກັບໄພນາບຂູ່ດ້ານນິວເຄຼຍ ແລະ ລູກສອນໄຟຂອງພຽງຢາງ. 

ຈີນວາງເງື່ອນໄຂກັບອາເມລິກາເພື່ອກໍ່ກຳລັງດັນຕໍ່ສປປ.ເກົາຫຼີ - ảnh 1

ທ່ານປະທານປະເທດຈີນ ສີຈີ້ນຜິງ ແລະ

ທ່ານປະທານາທິບໍດີອາເມລິກາ Donald Trump  

 (ພາບປະກອບ: AFP/TTXVN)

ວັນທີ 06/05, ສຳນັກຂ່າວສານ Kyodo ໃຫ້ຮູ້ວ່າ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຍົກອອກຄຳສະເໜີດັ່ງກ່າວຜ່ານເອກອັກຄະລັດຖະທູດຈີນ ປະຈຳອາເມລິກາ, ແຕ່ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ອາດຈະປະຕິເສດຂໍ້ສະເໜີດັ່ງກ່າວ.

        ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານ Yonhap ໄດ້ຄັດບັນດາແຫຼ່ງຂ່າວໃຫ້ຮູ້ວ່າ, ສະພາຕ່່ຳອາເມລິກາ ໄດ້ຍົກອອກຮ່າງກົດໝາຍກ່ຽວກັບການລວບລວມຂໍ້ມູນຂ່າວສືບລາຊະການລັບທີ່ກ່ຽວຂ້ອງເຖິງສປປ.ເກົາຫຼີ. ຈຸດປະສົງຂອງຮ່າງກົດໝາຍດັ່ງກ່າວແມ່ນ “ຊີ້ນຳຜູ້ອຳນວຍການໃຫຍ່ອົງການສືບລາຊະການລັບອາເມລິກາ ສ້າງຕັ້ງກຸ່ມໄຈ້ແຍກຂໍ້ມູນຂ່າວສືບລາຊະການລັບ ເພື່ອແນໃສ່ຕິດຕາມກວດກາ ແລະ ປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສປປ.ເກົາຫຼີ ແລະ ເພື່ອຈຸດປະສົງອື່ນໆ”.

ຕອບກັບ

ຂ່າວ/ບົດ​ອື່ນ